ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນອາຍແກັດ Zarubezhneft, ສະຫະພັນລັດເຊຍ

(VOVWORLD) -ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Sergey Ivanovich Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນອາຍແກັດ Zarubezhneft, ສະຫະພັນລັດເຊຍ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນອາຍແກັດ Zarubezhneft, ສະຫະພັນລັດເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Sergey Ivanovich Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນອາຍແກັດ Zarubezhneft 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ການຮ່ວມມືລະຫວ່າງຫວຽດນາມ ກັບ Zarubezhneft ແມ່ນບັນລຸປະສິດທິຜົນທີ່ສຸດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຈະມອບໝາຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຄົ້ນຄວ້າບາງກົນໄກບຸລິມະສິດທີ່ສະຫງວນໃຫ້ຝ່າຍລັດເຊຍ ຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ ເພື່ອໃຫ້ບັນດາວິສາຫະກິດຂອງລັດເຊຍ, ໃນນັ້ນມີ Zarubezhneft ດຳເນີນທຸລະກິດຢ່າງສະດວກຢູ່ຫວຽດນາມ, ຮັບປະກັນຜົນປະໂຫຍດຂອງທັງ 2 ຝ່າຍ.

          ສ່ວນທ່ານ Sergey Ivanovich Kudryashov ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮັບຊາບກ່ຽວກັບບັນດາໝາກຜົນດຳເນີນທຸລະກິດອັນດີງາມໃນປີ 2019 ຂອງບັນດາບໍລິສັດຮ່ວມທຸລະກິດນ້ຳມັນອາຍແກັດ Zarubezhneft ແລະ ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ແມ່ນ Vietsovpetro ຢູ່ຫວຽດນາມ ແລະ Rusvietpetro ຢູ່ລັດເຊຍ. ພ້ອມທັງປາດຖະໜາວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກ, ມີນະໂຍບາຍບຸລິມະສິດໃນບາງໂຄງການອື່ນໆຂອງ Zarubezhneft ທີ່ຜັນຂະຫຍາຍຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ