ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບຫົວໜ້າສະຖາບັນຄົ້ນຄວ້າອາຊີ,ຍີ່ປຸ່ນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງທ່ານ Hatoyama Yukio ສືບຕໍ່ເອົາໃຈໃສ່ ແລະ ສະເໜີແນວຄວາມຄິດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບຫົວໜ້າສະຖາບັນຄົ້ນຄວ້າອາຊີ,ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Hatoyama Yukio 

(ພາບ: VGP)

ຕອນບ່າຍວັນທີ 12 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Hatoyama Yukio, ຫົວໜ້າສະຖາບັນຄົ້ນຄວ້າອາຊີ, ຍີ່ປຸ່ນ, ອະດີດປະທານສະຫະພັນບັນດາສະມາຊິກລັດຖະສະພາຍີ່ປຸ່ນ - ຫວຽດນາມ, ຂຶ້ນກັບພັກປະຊາທິປະໄຕ, ອະດີດນາຍົກລັດຖະມົນຕີຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງທ່ານ Hatoyama Yukio ສືບຕໍ່ເອົາໃຈໃສ່ ແລະ ສະເໜີແນວຄວາມຄິດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດຄື: ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງ… ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ທ່ານ Hatoyama Yukio ຈະສືບຕໍ່ມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງເຂົ້າໃນການເພີ່ມທະວີການພົວພັນລະຫວ່າງ 2 ປະເທດ.

        ສ່ວນທ່ານ Hatoyama Yukio ໃຫ້ຮູ້ວ່າ, ຄະນະຜູ້ແທນໄດ້ສົນໃຈເຖິງບັນດາໂຄງການຮ່ວມມືລະອຽດ, ໃນນັ້ນມີການຮ່ວມມືລົງທຶນກິດຈະກຳພື້ນຖານໂຄງລ່າງຕາມຮູບແບບ PPP (ຮ່ວມມືພາກລັດ - ເອກະຊົນ). ນີ້ແມ່ນທິດທາງຮ່ວມມືໃໝ່ໃນການພົວພັນລະຫວ່າງ 2 ປະເທດ ທີ່ພວມກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ. ພ້ອມທັງປາດຖະໜາຢາກໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ