ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາJohn Kerry

(VOVWORLD) -ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ John Kerry ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 


ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານ John Kerry ສືບຕໍ່ປະກອບສ່ວນໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດນັບມື້ນັບດີງາມກວ່າ. ທ່ານນາຍົກລັດຖະມົນຕີ ສະເຫນີ ທ່ານ John Kerry ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນດ້ານການຄ້າສອງປະເທດ, ໃນນັ້ນເຮັດແຈ້ງເລື່ອງຫວຽດນາມ ແລະ ອາເມລິກາ ບໍ່ມີການສູ້ຢັນກ່ຽວກັບດ້ານການຄ້າ, ສອງຝ່າຍມີຫລາຍກາລະໂອກາດຫນູນຊ່ວຍກັນ, ຮ່ວມມືພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກ ອາເມລິກາ ແລະ ທ່ານ John Kerry ເອງ ດ້ວຍອິດທິພົນຊື່ສຽງຂອງຕົນ, ຫນູນຊ່ວຍຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ