ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມນັດສາມັນເດືອນຕຸລາຂອງລັດຖະບານ

(VOVWORLD) -ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນເດືອນຕຸລາ ຂອງລັດຖະບານ. ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຄະນະຜູ້ແທນຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຢູ່ ໄທ ຢ່າງສຳເລັດຜົນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມນັດສາມັນເດືອນຕຸລາຂອງລັດຖະບານ - ảnh 1 ກອງປະຊຸມນັດສາມັນເດືອນຕຸລາຂອງລັດຖະບານ

(ພາບ: VGP)

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ສະພາບການເສດຖະກິດສັງຄົມ ໃນເດືອນຕຸລາ ແລະ 10 ເດືອນຜ່ານມາບັນລຸໝາກຜົນຕັ້ງຫນ້າ. ຂົງເຂດກະສິກຳ ພັດທະນາເປັນປົກກະຕິ, ອຸດສາຫະກຳສືບຕໍ່ທ່າເຕີບໂຕ, ບັນລຸ 9,5%. ຕະຫລາດ ພາຍໃນພັດທະນາດີ. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການສົ່ງອອກ ເພີ່ມຂຶ້ນ 7,4%, ສົ່ງອອກເກີນດຸ່ນປະມານ 7 ຕື້ USD. ເງິນລົງທຶນຂອງຕ່າງປະເທດບັນລຸ 16 ຕື້ USD. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງເທື່ອລະກ້າວ.

“ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ຕີລາຄາສູງ ຫວຽດນາມ, ໃນນັ້ນ ມີທະນາຄານໂລກ ຕີລາຄາ ສະພາບການເສດຖະກິດຂອງຫວຽດນາມຍັງຄົງແມ່ນຈຸດເດັ່ນໃນໄລຍະກາງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຄວນຕີລາຄາໝາກຜົນຢ່າງພາວະວິໄສເພື່ອສ້າງຄວາມເຊື່ອໝັ້ນ, ຄວາມປິຕິຊົມຊື່ນໃຫ້ປະຊາຊົນ ແລະ ສັງຄົມ”

ຕອບກັບ

ຂ່າວ/ບົດ​ອື່ນ