ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບນາຍົກລັດຖະມົນຕີລາວທອງສິງ ທຳມະວົງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ແລະ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ
ພາບ:internet
|
(vovworld)- ຕອນບ່າຍວັນທີ 8/7 ຢູ້ແຂວງເຫງ້ອານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ. ນາຍົກລັດຖະມົນຕີທັງສອງທ່ານຢືນຢັນ ຈະສືບຕໍ່ຊີ້ນຳບັນດາອົງການກ່ຽວຂ້ອງສອງປະເທດ ສົມທົບກັນຢ່າງແຫນ້ນແຟ້ນເພື່ອປະຕິບັດໂຄງການປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດໃຫ້ສຳເລັດໃນປີ 2014. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ອວຍພອນໃຫ້ປະຊາຊົນລາວສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງກວ່າອີກໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຢືນຢັນ: ພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວ ຈະສືບຕໍ່ພ້ອມກັບພັກ, ລັດ, ລັດຖະບານ ແລະ ປຊຊ ຫວຽດນາມ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ. ນາຍົກລັດຖະມົນຕີທັງສອງທ່ານໄດ້ແລກປ່ຽນບັນດາບັນຫາສອງຝ່າຍ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ນາຍົກລັດຖະມົນຕີທັງສອງທ່ານໄດ້ເປັນສັກຂິພິຍານພິທີລົງນາມໃນຂໍ້ຕົກລົກຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາຊາວອົບພະຍົມຢ່າງເສລີ ແລະ ການສົມລົດໂດຍບໍ່ຈົດທະບຽນຢູ່ເຂດຊາຍແດນ ຫວຽດນາມ - ລາວ.