ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປູ່ນຄັ້ງທີ7

ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປູ່ນຄັ້ງທີ7 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ແລະ ທ່ານ​ນາຍົກລັດຖະມົນຕີ
ຍີ່ປູ່ນ Shinzo Abe. (ພາບ: ປະກອບ)

(vovworld) - ​​ວັນ​ທີ 2/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງຫວຽດນາມ ​ເດີນທາງອອກ​ຈາກ​ຮ່າ​ໂນ້ຍ ​​ໄປ​​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ - ຍີ່​ປູ່​ນ ຄັ້ງ​ທີ 7, ທີ່​ຈັດ​ຕັ້ງລະຫວ່າງ​ວັນ​ທີ 2 –  4/7 ຢູ່​ໂຕ​ກຽວ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe.

         ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ - ຍີ່​ປູ່​ນ ຄັ້ງ​ທີ 7 ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ແມ່​ນ້ຳຂອງ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕາມທິດ​ໜູນ​ຊ່ວຍຢ່າງ​ແຮງ​ໃຫ້​​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ເຂດອະນຸພາກ​ພື້ນ​ແມ່​ນ້ຳຂອງ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ​; ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ ​ແລະ ບົດບາດ​ຂອງ ຫວຽດນາມ ສຳລັບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ  - ຍີ່​ປູ່​ນ; ປັບປຸງ​ການ​ພົວພັນຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​​ເຂດອະນຸພາກ​ພື້ນ​ແມ່​ນ້ຳຂອງ; ​ເພີ່ມ​ທະວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງດ້ານ​ການ​ເມືອງ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ກ້ວາງ​ຂວາງ​ກັບ ຍີ່​ປຸ່ນ ພັດທະນານັບ​ມື້​ນັບ​​ຮອບດ້ານ, ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ