ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕັດແຖບຜ້າ ຢູ່ພິທີເປີດສະຫຼອງນໍາຂົວ ຮວ່າງວັນຖຸ ເຂົ້າໃຊ້ງານ

(VOVWORLD) -ຕອນເຊົ້າວັນທີ 15 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງນໍາໃຊ້ຂົວ ຮວ່າງວັນຖຸ, ເຊິ່ງເປັນກິດຈະກໍາຄົມມະນາຄົມລະດັບພິເສດ ທີ່ໄດ້ຮັບການກໍ່ສ້າງຂ້າມແມ່ນໍ້າ ເກີ໊ມ, ນະຄອນ ຫາຍຟ່ອງ ໂດຍນໍາໃຊ້ເງິນລົງທຶນທັງໝົດກວ່າ 2.170 ຕື້ດົ່ງ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕັດແຖບຜ້າ ຢູ່ພິທີເປີດສະຫຼອງນໍາຂົວ ຮວ່າງວັນຖຸ ເຂົ້າໃຊ້ງານ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນພິທີ (ພາບ: baotainguyenmoitruong.vn) 

ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ເປີດນໍາໃຊ້ຂົວຮວ່າງວັນຖຸ ຈະເປີດກາລະໂອກາດໃໝ່ໃຫ້ແກ່ການພັດທະນາຕົວເມືອງ ທາງທິດເໜືອແມ່ນໍ້າເກີ໊ມ, ເຊິ່ງເປັນການກໍານົດທິດວາງແຜນຜັງ ທີ່ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານ. ຂົວແຫ່ງນີ້ ໂດຍບັນດາວິສະວະກອນ ແລະ ຜູ້ຮັບເໝົາຫວຽດນາມເປັນຜູ້ອອກແບບ ແລະ ກໍ່ສ້າງ, ປະຕິບັດສໍາເລັດໃນໄລຍະເວລາກວ່າ 2 ປີ ດ້ວຍປະລິມານໜ້າວຽກຢ່າງຫຼວງຫຼາຍ, ມີຄວາມຮຽກຮ້ອງຕ້ອງການດ້ານເຕັກນິກສູງ, ຮັບປະກັນຄວາມງາມ ແລະ ສະຖາປັດຕະຍາກໍາອີກດ້ວຍ.  ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍໃຫ້ການຕີລາຄາວ່າ ນີ້ແມ່ນການຂະຫຍາຍຕົວຢ່າງແຮງຂອງຂະແໜງຄົມມະນາຄົມຂົນສົ່ງຫວຽດນາມ ກໍຄືນະຄອນ ຫາຍຟ່ອງ.


ຕອບກັບ

ຂ່າວ/ບົດ​ອື່ນ