ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ແລະ ອາ​ເມ​ເນຍ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມກໍ່ຍັງສະເໜີໃຫ້ ມາເລເຊຍຈຳກັດການໃຊ້ມາດຕະການກີດຂວາງດ້ານການຄ້າຕໍ່ກັບສິນຄ້າຫວຽດນາມ. 
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ແລະ ອາ​ເມ​ເນຍ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕອນຮັບທ່ານນາງ Dato’ Shariffah Mustaffa ເອກອັກຄະລັດຖະທູດມາເລເຊຍປະຈຳຫວຽດນາມ (ພາບ: TTXVN)

        ຕອນບ່າຍວັນທີ 3 ກຸມພາ ທີ່ ສຳນັກງານລັດຖະບານ, ກ່າວທີ່ພິທີຕອນຮັບທ່ານນາງ Dato’ Shariffah Mustaffa ເອກອັກຄະລັດຖະທູດມາເລເຊຍປະຈຳຫວຽດນາມ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຖືວ່າ ສອງຝ່າຍຄວນສືບຕໍ່ຊຸກຍູ້ການພົບປະຢ້ຽມຢາມຂັ້ນສູງ; ສະເໜີໃຫ້ສອງຝ່າຍຮັກສາບັນດາກົນໄກການຮ່ວມມືຢ່າງສະໝໍ່າສະເໝີ, ໃນນັ້ນມີຄະນະກຳມະການປະສົມຄັ້ງທີ 6 ຢູ່ ມາເລເຊຍ ແລະ ການລົງນາມລາຍການການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2020-2025 ໂດຍໄວ. ທ່ານນາຍົກລັດຖະມົນຕີຫວຽດນາມກໍ່ຍັງສະເໜີໃຫ້ ມາເລເຊຍຈຳກັດການໃຊ້ມາດຕະການກີດຂວາງດ້ານການຄ້າຕໍ່ກັບສິນຄ້າຫວຽດນາມ, ເປັນຕົ້ນແມ່ນຜະລິດຕະພັນກະເສດ ແລະ ອາຫານ Halal (ສໍາລັບຊາວມຸດສະລິມ). ທ່ານນາຍົກລັດຖະມົນຕີຫວຽດນາມຖືວ່າສອງຝ່າຍຄວນບັນລຸວົງເງິນການຄ້າໃຫ້ສູງກວ່າອີກ (ປີ 2019 ລັນລຸໄດ້ 11,1ຕື້ ໂດລາສະຫະລັດ, ທຽບເທົ່າປີ 2018).

        ທີ່ການຕ້ອນຮັບທ່ານ Vahram  Kazhoyan ເອກອັກຄະລັດຖະທູດສະທາລະນະລັດອາເມເນຍ, ທ່ານ ຫງວຽນຊວັນຟຸກ ນາຍົກລັກຖະມົນຕີຫວຽດນາມໄດ້ກ່າວແຈ້ງວ່າ ຫວຽດນາມ ມີຄວາມປາດຖະໜາຢາກພັດທະນາສາຍພົວພັນການຮ່ວມມືກັບອາເມເນຍກວ່າອີກ. ທ່ານນາຍົກລັດຖະມົນຕີຫວຽດນາມຖືວ່າ ຫວຽດນາມ ແລະ ອາເມເນຍຄວນຍາດແຍ່ງສັນຍາການຄ້າເສລີອາຊີ-ເອລົບເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີຫວຽດນາມສະເໜີໃຫ້ດຳເນີນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ອາເມເນຍ ຄັ້ງທີ 2 ໂດຍໄວ, ແນໃສ່ການແລກປ່ຽນ, ເຫັນດີເປັນເອກະພາບ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດກວ່າອີກ. ໃນຖານະທີ່ສວມບົດບາດເປັນປະທານອາຊຽນປີ 2020, ຫວຽດນາມພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງອາຊຽນກັບອາເມເນຍ.

ຕອບກັບ

ຂ່າວ/ບົດ​ອື່ນ