ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ແລະ ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ໄດ້ຖະຫວາຍດອກໄມ້, ທູບທຽນ ເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຖະຫວາຍດອກໄມ້, ທູບທຽນ ເພື່ອອາໄລຫາ ປະທານໂຮ່ຈີມິນ ຢູ່ເຮືອນ 67 (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ) ແລະ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ, ວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ ທີີ່່ເຮືອນ 67 (ເຮືອນ 67 ແມ່ນໄດ້ເອີ້ນຕາມປີກໍ່ສ້າງເຮືອນຫຼັງນີ້ 1967), ເຊິ່ງນອນໃນເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ທໍານຽບປະທານປະເທດ. ນີ້ແມ່ນທີ່ຢູ່ ແລະ ບ່ອນປິ່ນປົວພະຍາດຂອງປະທານໂຮ່ຈີມິນນັບແຕ່ວັນທີ 17 ສິງຫາ 1969 ຈົນເຖິງເວລາເພິ່ນສິ້ນສຸດລົມຫາຍໃຈ ໃນເວລາ 9 ໂມງ 47 ນາທີ ຂອງວັນທີ 2 ກັນຍາ 1969. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ແລະ ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ໄດ້ຖະຫວາຍດອກໄມ້, ທູບທຽນ ເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ.

        ກ່າວຄໍາເຫັນທີ່ການໂອ້ລົມກັບພະນັກງານ, ພາລະກອນເຂດອານຸສອນສະຖານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາ ພະນັກງານ, ພາລະກອນທຸກຄົນ ຈົ່ງສືບຕໍ່ຮັກສາບັນດາວັດຖຸພັນຂອງເພິ່ນໄວ້ໃຫ້ເປັນຢ່າງດີ. ພ້ອມທັງຍູ້ແຮງການຜັນຂະຫຍາຍບັນດາການເຄື່ອນໄຫວຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ ຕາມຄໍາສັ່ງຂອງກົມການເມືອງ, ພັກກອມມູນິດຫວຽດນາມ, ຜ່ານການຈັດຕັ້ງບັນດາການເຄື່ອນໄຫວດ້ານການເມືອງ ໃຫ້ແກ່ບັນດາພາລະກອນເຮັດວຽກຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ.


ຕອບກັບ

ຂ່າວ/ບົດ​ອື່ນ