ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂງານຕະຫຼາດນັດ CAEXPO

(VOVWORLD) -ໃນໄລຍະ 6 ເດືອນຂອງປີ 2020, ເປັນຄັ້ງທຳອິດທີ່ອາຊຽນ ໄດ້ກາຍເປັນຄູ່ຄ້າໃຫຍ່ສຸດຂອງຈີນ ໃນນັ້ນຫວຽດນາມ ໄດ້ປະກອບວົງເງິນການຄ້າຂຶ້ນເຖິງ 20%.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂງານຕະຫຼາດນັດ CAEXPO - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: dangcongsan.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານຈີນ, ວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ - ອາຊຽນ (CAEXPO ແລະ CABIS) ຄັ້ງທີ 17, ເຊິ່ງໄດ້ດຳເນີນຢູ່ນະຄອນໜານໜິງ, ແຂວງ ກວາງຊີ, ປະເທດຈີນ ດ້ວຍຮູບການອັດຄຼິບວີດີໂອ ໄປເປີດຢູ່ພິທີໄຂ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງ ໃນສະພາບເສດຖະກິດທົ່ວໂລກພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19, ການຮ່ວມມືລະຫວ່າງອາຊຽນ - ຈີນ ໄດ້ຮັກສາທ່າພັດທະນາຢ່າງຕັ້ງໜ້າ, ໂດຍສະເພາະແມ່ນທາງດ້ານເສດຖະກິດ - ການຄ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕ້ານໂລກລະບາດໂຄວິດ-19. ໃນໄລຍະ 6 ເດືອນຂອງປີ 2020, ເປັນຄັ້ງທຳອິດທີ່ອາຊຽນ ໄດ້ກາຍເປັນຄູ່ຄ້າໃຫຍ່ສຸດຂອງຈີນ ໃນນັ້ນຫວຽດນາມ ໄດ້ປະກອບວົງເງິນການຄ້າຂຶ້ນເຖິງ 20%.

        ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ຈີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ພວມພ້ອມກັບບັນດາປະເທດອາຊຽນ ມຸ່ງໄປເຖິງວິໄສທັດປະຊາຄົມອາຊຽນ 2025, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືຖານບ້ານໃກ້ເຮືອນຄຽງກັບຈີນ ບົນພື້ນຖານກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ