ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ສະພາ​ທີ່​ປຶກສາ​ກ່ຽວກັບ​ນະ​ໂຍບາຍ​ການ​ເງິນ - ​ເງິນຕາ​ແຫ່ງ​ຊາດ

(VOVWORLD) - ຕອນເຊົ້າວັນທີ 25 ກຸມພາ, ຢູ່ສໍານັກງານລັດຖະບານ, ກ່າວຄໍາເຫັນທີ່ກອງປະຊຸມ ກັບ ສະພາທີ່ປຶກສານະໂຍບາຍການເງິນ-ເງິນຕາແຫ່ງຊາດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາ ມີຄວາມປາດຖະໜາຢາກຮັບຟັງບັນດາຄໍາເຫັນສຸດຈິດສຸດໃຈຂອງບັນດາສະມາຊິກໃນສະພາກ່ຽວກັບບັນດາມາດຕະການຕ້ານການຊຸດໂຊມຂອງພື້ນຖານເສດຖະກິດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ສະພາ​ທີ່​ປຶກສາ​ກ່ຽວກັບ​ນະ​ໂຍບາຍ​ການ​ເງິນ - ​ເງິນຕາ​ແຫ່ງ​ຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VGP)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາຜົນກະທົບຈາກໂລກລະບາດ Covid – 19 ທີ່ເກີດຂຶ້ນໃນທົ່ວໂລກ ໄດ້ເຮັດໃຫ້ບັນດາອົງການຄືທະນາຄານໂລກ, ກອງທຶນເງິນຕາສາກົນ ໄດ້ຕີລາຄາວ່າ ເສດຖະກິດຂອງຫຼາຍປະເທດຖືກຊຸດໂຊມລົງ, ໃນນັ້ນ ຫຼາຍປະເທດມີສາຍພົວພັນດ້ານເສດຖະກິດ, ການຄ້າຢ່າງສະໜິດແໜ້ນກັບຫວຽດນາມ, ເຊິ່ງໄດ້ເຮັດໃຫ້ລະບົບການຜະລິດ, ການຄ້າຖືກຂາດວັກຂາດຕອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ນອກຈາກບັນຫາສະກັດກັ້ນການຊຸດໂຊມຂອງພື້ນຖານເສດຖະກິດແລ້ວ, ຫວຽດນາມ ຕ້ອງບຸລິມະສິດຊີ້ນໍາສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid – 19  ເພື່ອບໍ່ສົ່ງຜົນສະທ້ອນເຖິງສຸຂະພາບ, ຊີວິດຂອງປະຊາຊົນອີກດ້ວຍ. ສິ່ງດັ່ງກ່າວ ກໍ່ຊ່ວຍຮັກສາທ່າພັດທະນາຂອງເສດຖະກິດຫວຽດນາມ ເພື່ອປະຕິບັດເປົ້າໝາຍ ເຊິ່ງກົມການເມືອງ, ເລຂາທິການໃຫຍ່ ແລະ ສະພາແຫ່ງຊາດໄດ້ມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ສະພາໄດ້ເຫັນດີເປັນເອກະພາບຄວນສືບຕໍ່ປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍຄວບຄຸມໄພເງິນເຟີ້, ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫ້ແກ່ພື້ນຖານເສດຖະກິດ, ສ້າງພື້ນຖານໃຫ້ການພັດທະນາແບບຍືນຍົງ. ປີນີ້, ແຫຼ່ງທຶນ FDI ເຂົ້າ ຫວຽດນາມ ເປັນຈຳນວນຫລວງຫລາຍ, ຄວນປຸກລະດົມຄວາມເຊື່ອໝັ້ນຕໍ່ຕະຫລາດ ເພື່ອໃຫ້ນັກລົງທຶນພາຍໃນປະເທດ ຊຸກຍູ້ການລົງທຶນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າບັນດາສະມາຊິກໃນສະພາຈະໄຈ້ແຍກບັນດາຜົນກະທົບຕໍ່ການປະຕິບັດບັນດາເປົ້າໝາຍຂອງປະເທດຊາດໃນປີນີ້, ໂດຍສະເພາະແມ່ນເມື່ອເສດຖະກິດໂລກຖືກຜົນສະທ້ອນ ແລ້ວສົ່ງຜົນກະທົບຕໍ່ຫວຽດນາມ, ໃນຂະນະປະເທດຊາດພວມເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງກັບພື້ນຖານເສດຖະກິດໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ