ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ຂະແໜງກົນຈັກ

(VOVWORLD) -  ຕອນເຊົ້າວັນທີ 24 ກັນຍາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານຫງວຽນຊັວນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ເປັນປະທານກອງປະຊຸມກ່ຽວກັບບັນດາມາດຕະການຊຸກຍູ້, ພັດທະນາຂະແໜງການກົນຈັກຫວຽດນາມ.ເຂົ້າຮ່ວມກອງປະຊຸມມີ: ທ່ານຈິ່ງດິ້ງຢຸງຮອງນາຍົກລັດຖະມົນຕີຫວຽດນາມ, ການນຳບາງກະຊວງ, ຂະແໜງການແລະທ້ອງຖິ່ນ, ບັນດາອົງການຈັດຕັ້ງສາກົນ, ບັນດານັກຊ່ຽວຊານແລະວິສາຫະກິດພາຍໃນແລະຕ່າງປະເທດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ຂະແໜງກົນຈັກ - ảnh 1 ທ່ານຫງວຽນຊັວນຟຸກນາຍົກລັດຖະມົນຕີຫວຽດນາມເປັນປະທານກອງປະຊຸມ 

        ກ່າວໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຈິ່ງດິ້ງຢຸງໄດ້ເນັ້ນໜັກວ່າ: ຂະແໜງກົນຈັກເປັນໜຶ່ງໃນຂະແໜງອຸດສາຫະກຳສຳຄັນ, ເປັນພື້ນຖານ, ກຳລັງໜູນໃຫ້ແກ່ການພັດທະນາຂອງບັນດາປະເທດ, ເປັນຕົ້ນແມ່ນກັບຫວຽດນາມ, ທີ່ພວມຢູ່ໃນຂະບວນວິວັດການຫັນເປັນອຸດສາຫະກຳທັນສະໄໝ. ທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ພັກ, ລັດໄດ້ຖືເປັນສຳຄັນແລະມີບັນດານະໂຍບາຍສົ່ງເສີມຂະແໜງກົນຈັກພັດທະນາແລະ ພາຍໃນປະເທດໄດ້ສ້າງຕັ້ງບາງຂະແໜງກົນຈັກທີ່ມີທ່າແຮງຄື: ກົນຈັກດ້ານ ລົດໃຫ່ຍ, ລົດຈັກ, ເຄື່ອງອາໄຫຼ່.

ໂດຍເນັ້ນໜັກວ່າ: ຄວາມຮຽກຮ້ອງທີ່ຕ້ອງການທີ່ວາງອອກສຳລັບການພັດທະນາຂອງປະເທດຫວຽດນາມແມ່ນຈະຕ້ອງມີຂະແໜງອຸດສາຫະກຳກົນຈັກທີ່ທັນສະໄໝ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມສະເໜີໃຫ້ບັນດາຜູ້ແທນປຶກສາຫາລື, ຕີລາຄາສະພາບການຕົວຈິງຂອງຂະແໜງກົນຈັກໃນປັດຈຸບັນ, ຍົກອອກບັນດາກາລະໂອກາດແລະສິ່ງທ້າທາຍຂອງຂະແໜງ, ບັນດາການກຳນົດທິດ ແລະມາດຕະການຊ່ວຍຂະແໜງກົນຈັກພັດທະນາ, ເປັນຕົ້ນແມ່ນ ສະເໜີບັນດາກົນໄກນະໂຍບາຍເພື່ອສົ່ງເສີມຂະແໜງກົນຈັກພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ