ທ່ານ​ປະ​ທານ ECB ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເງິນ ທີ່ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່ Eurozone

(VOVWORLD) -ບັນດາການຜັນແປດ້ານການເງິນທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ອາດຈະເຮັດໃຫ້ເກີດຄວາມສ່ຽງຕື່ມອີກ ໃນພາກພື້ນນຳໃຊ້ສະກຸນເງິນລວມເອີຣົບ. 
ທ່ານ​ປະ​ທານ ECB ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເງິນ ທີ່ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່ Eurozone - ảnh 1ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ ECB (ພາບ: THX/TTXVN)

ວັນທີ 22 ມີນາ, ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ ECB ກ່າວເຕືອນວ່າ ບັນດາການຜັນແປດ້ານການເງິນທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ອາດຈະເຮັດໃຫ້ເກີດຄວາມສ່ຽງຕື່ມອີກ ໃນພາກພື້ນນຳໃຊ້ສະກຸນເງິນລວມເອີຣົບ (Eurozone), ແຕ່ກໍເນັ້ນໜັກວ່າ ບັນດານັກວາງແຜນກຳນົດນະໂຍບາຍ ຍັງສຸມໃສ່ສະກັດກັ້ນໄພເງິນເຟີ້ ເຊິ່ງພວມຢູ່ລະດັບສູງ. ການລົ້ມລະລາຍຂອງທະນາຄານ ອາເມລິກາ 3 ແຫ່ງ ແລະ ທະນາຄານໃຫຍ່ສຸດຂອງ ສະວິດ UBS ຕ້ອງຊື້ຄືນ Credit Suisse ໄດ້ເຮັດໃຫ້ຕະຫຼາດຕ່າງໆຖືກຕົກເຂົ້າສູ່ສະພາບວຸ້ນວາຍ ແລະ ມີຄວາມວິຕົກກັງວົນວ່າ ຈະເກີດວິກິດການໃນຂະແໜງການທະນາຄານ.

ຕອບກັບ

ຂ່າວ/ບົດ​ອື່ນ