ທ່ານ​ປະ​ທານ​ປະ​ເທດ ກ່າວ​ຄຳ​ເຫັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ APEC 2022

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ແບ່ງປັນບຸລິມະສິດຂອງ ຫວຽດນາມ ໃນການດຶງດູດການລົງທຶນທີ່ມີການຄັດເລືອກ, ມີຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ປົກປັກຮັກສາສິ່ງແວດລ້ອມ ເປັນມາດຖານຕີລາຄາຫຼັກ. ຫວຽດນາມ ຫວັງວ່າ ປະຊາຄົມວິສາຫະກິດ APEC ຈະຍົກສູງຈິດໃຈຮ່ວມມື.
ທ່ານ​ປະ​ທານ​ປະ​ເທດ ກ່າວ​ຄຳ​ເຫັນ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ APEC 2022 - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ APEC 2022 (ພາບ: TTXVN)

ຕອນເຊົ້າວັນທີ 17 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດ ວິສາຫະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2022 ທີ່ດຳເນີນໃນລະຫວ່າງວັນທີ 16 – 18 ພະຈິກ, ຢູ່ບາງກອກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ກ່າວປາໄສກ່ຽວກັບການກຳນົດທິດໃຫ້ແກ່ວາລະປຶກສາຫາລືກ່ຽວກັບ ອະນາຄົດການຄ້າ ແລະ ການລົງທຶນ, ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການຮ່ວມມືໃນພາກພື້ນ ອາຊີ - ປາຊີຟິກ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ແບ່ງປັນບຸລິມະສິດຂອງ ຫວຽດນາມ ໃນການດຶງດູດການລົງທຶນທີ່ມີການຄັດເລືອກ, ມີຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ປົກປັກຮັກສາສິ່ງແວດລ້ອມ ເປັນມາດຖານຕີລາຄາຫຼັກ. ຫວຽດນາມ ຫວັງວ່າ ປະຊາຄົມວິສາຫະກິດ APEC ຈະຍົກສູງຈິດໃຈຮ່ວມມື, ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ສືບຕໍ່ຍູ້ແຮງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ພາກພື້ນ.

ບົນພື້ນຖານບັນດາການແບ່ງປັນ, ການໃຫ້ຂໍ້ສັງເກດຂອງທ່ານປະທານປະເທດ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ, ນະໂຍບາຍເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ເພີ່ມທະວີການສົມທົບກັນລະຫວ່າງລັດ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ