ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ລາວ

(VOVWORLD) - ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານສຳຄັນ ແລະ ຮອບດ້ານເຊິ່ງປະຊາຊົນລາວອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ລາວ - ảnh 1ທ່ານ ປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງວ່າການປະທານປະເທດ ລາວ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 17 ມິຖຸນາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງ ສປປ ລາວ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານສຳຄັນ ແລະ ຮອບດ້ານເຊິ່ງປະຊາຊົນລາວອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ. ທ່ານນາງ ຫົວໜ້າຫ້ອງວ່າການປະທານປະເທດ ລາວ ເຂັມມະນີ ພົນເສນາ ເນັ້ນໜັກວ່າ: ການຢ້ຽມຢາມແມ່ນການປະກອບສ່ວນ, ຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານນາງຫົວໜ້າຫ້ອງວ່າການປະທານປະເທດ ລາວ ໃຫ້ຮູ້ວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພະນັກງານ, ລັດຖະກອນຫ້ອງວ່າການປະທານປະເທດ ປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ, ປະກອບສ່ວນຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ