ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັ​ນ​ຟຸກ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ກູ​ບາ ຢ່າງ​ເປັນ​ທາງ​ການ

(VOVWORLD) -ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ.
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັ​ນ​ຟຸກ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ກູ​ບາ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  (ພາບ: chinhphu.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel, ຕອນເຊົ້າວັນທີ 18 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງເດີນທາງໄປຢ້ຽມຢາມສັນຖະວະໄມຕີ ກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 21 ກັນຍາ.

ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ. ການຢ້ຽມຢາມນີ້ກໍ່ສະແດງໃຫ້ເຫັນຄວາມສາມັກຄີ, ການສະໜັບສະໜູນຢ່າງແໜ້ນແຟ້ນຂອງ ຫວຽດນາມ ຕໍ່ກູບາ, ເປັນຕົ້ນແມ່ນໃນສະພາບການສອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະແດງໃຫ້ເຫັນຢ່າງຈະແຈ້ງສີສັນການທູດ ຫວຽດນາມ ແມ່ນສຸດໃຈ ແລະ ສັດຊື່ບໍລິສຸດ. ຜ່ານການຢ້ຽມຢາມນີ້ ຈະເຮັດໃຫ້ການພົວພັນລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດໃຫ້ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ