ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ

(VOVWORLD) -ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນອາເມລິກາ ທີ່ມີຄວາມສົນໃຈຕໍ່ ຫວຽດນາມ ແລະ ໃຫ້ຮູ້ວ່າ ຫວຽດນາມ ສະຫງວນບຸລິມະສິດສູງໃຫ້ແກ່ບັນດາຄວາມມານະພະຍາຍາມພັດທະນາຂະແໜງພະລັງງານຕາມທິດຍືນຍົງ.
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ກຸ່ມບໍລິສັດ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76 ຢູ່ນິດຢອກ, ວັນທີ 23 ກັນຍາ ຕາມເວລາ ອາເມລິກາ (ໃນຕອນເຊົ້າວັນທີ 24 ກັນຍາ ຕາມເວລາ ຫວຽດນາມ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳຂອງບາງກຸ່ມບໍລິສັດແຖວໜ້າຂອງ ອາເມລິກາ, ລວມມີກຸ່ມບໍລິສັດ Exxon Mobil, ກຸ່ມບໍລິສັດ Next Decade, ກຸ່ມບໍລິສັດ Blackrock.

ທີ່ບັນດາການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນອາເມລິກາ ທີ່ມີຄວາມສົນໃຈຕໍ່ ຫວຽດນາມ ແລະ ໃຫ້ຮູ້ວ່າ ຫວຽດນາມ ສະຫງວນບຸລິມະສິດສູງໃຫ້ແກ່ບັນດາຄວາມມານະພະຍາຍາມພັດທະນາຂະແໜງພະລັງງານຕາມທິດຍືນຍົງ ດ້ວຍເປົ້າໝາຍຮັກສາຄວາມໝັ້ນຄົງທາງພະລັງງານແຫ່ງຊາດ ແລະ ຫຼຸດຜ່ອນການປ່ອຍອ້າຍພິດເຮືອນແກ້ວ. ຫວຽດນາມ ມີຄວາມຫວັງຢາກນຳເຂົ້າທາດແຫຼວ LNG ຈາກ ອາເມລິກາ, ປະກອບສ່ວນເຂົ້າໃນການພັດທະນາການຄ້າສອງຝ່າຍຢ່າງກົມກຽມ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ