ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ ພົ​ບ​ປະ​ພະ​ນັກ​ງານຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ເຊີ​ແນວ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ພະນັກງານທຸກຄົນເຝີກຝົນວິຊາສະເພາະ ແລະ ທັກສະຢ່າງເປັນປະຈຳ, ແບ່ງປັນບົດຮຽນເພື່ອເພີ່ມທະວີຈຳນວນນັກຊ່ຽວຊານເຮັດວຽກຢູ່ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນເຂົ້າໃນການເຮັດວຽກຂອງບັນດາອົງການຈັດຕັ້ງ ແລະ ສະແດງບົດບາດ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ ພົ​ບ​ປະ​ພະ​ນັກ​ງານຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ເຊີ​ແນວ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະພະນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມ ສະຫະພັນ ສະວິດ ຢ່າງເປັນທາງການ, ໃນວັນທີ 28 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ, ໂອ້ລົມຢ່າງສະໜິດສະໜົມກັບບັນດາພະນັກງານ ແລະ ພາລະກອນຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ແລະ ບັນດານັກຊ່ຽວຊານ ຫວຽດນາມ ທີ່ກຳລັງເຮັດວຽກຢູ່ບັນດາອົງການຈັດຕັ້ງສາກົນຢູ່ ສະວິດ. ຢູ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາພະນັກງານ ແລະ ພາລະກອນຄະນະຜູ້ຕາງໜ້າ ແລະ ບັນດານັກຊ່ຽວຊານ ຫວຽດນາມ ຢູ່ອົງການຈັດຕັ້ງສາກົນມານະພະຍາຍາມກວ່າອີກ “ເພື່ອ ປະເທດ ຫວຽດນາມ”, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມຄືບໜ້າຂອງການສ້າງສາ ແລະ ພັດທະນາປະເທດຊາດໃນສະພາບ ທົ່ວປະເທດກຳລັງມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຊຸກຍູ້ການເຕີບໂຕເສດຖະກິດ, ໂດຍສະເພາະແມ່ນບັນດາບັນຫາພັດທະນາເສດຖະກິດຂຽວ, ເຕີບໂຕແບບກວມລວມ, ເສດຖະກິດໝູນວຽນ. ຕາມນັ້ນແລ້ວ, ກໍ່ປະກອບສ່ວນເຂົ້າໃນການດຶງດູດແຫຼ່ງກຳລັງຫຼາຍຝ່າຍໜູນຊ່ວຍ ຫວຽດນາມ ຜ່ານບັນດາຂໍ້ລິເລີນ, ໂຄງການແນໃສ່ຊຸກຍູ້ວິວັດການຫັນປ່ຽນຂອງພື້ນຖານເສດຖະກິດ ແລະ ມຸ່ງໄປເຖິງການປະຕິບັດສຳເລັດຜົນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ພະນັກງານທຸກຄົນເຝີກຝົນວິຊາສະເພາະ ແລະ ທັກສະຢ່າງເປັນປະຈຳ, ແບ່ງປັນບົດຮຽນເພື່ອເພີ່ມທະວີຈຳນວນນັກຊ່ຽວຊານເຮັດວຽກຢູ່ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນເຂົ້າໃນການເຮັດວຽກຂອງບັນດາອົງການຈັດຕັ້ງ ແລະ ສະແດງບົດບາດ, ສຽງເວົ້າຢູ່ບັນດາອົງການຈັດຕັ້ງສາກົນ, ຢັ້ງຢືນຮູບພາບ ແລະ ຄວາມສາມາດທາງພູມປັນຍາ ຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ