ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ພົບປະກັບບັນດານັກທຸລະກິດຍິງທີ່ດີເດັ່ນ.

ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ພົບປະກັບບັນດານັກທຸລະກິດຍິງທີ່ດີເດັ່ນ. - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ

(vovworld)- ​ເພື່ອ​ມຸ່ງ​ໄປ​ສູ່​ງວັນ​ແມ່​ຍິ່ງ​ສາກົ​ນຄື​ວັນ​ທີ 8/3, ຕອນ​ບ່າຍ​ວັນ​ທີ 28/2, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ພົບ​ປະ​ກັບ​ນັກທຸລະກິດ​ຍິງ 100 ຄົນ​ທີ່​​ໄດ້​ຮັບ​ລາງວັນ “ກັບດອກ​ກູ​ຫຼາບ​ຄຳ 2013” ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ​ມອບ​ໃຫ້. ນີ້​ແມ່ນ​ບັນດາ​ນັກທຸລະກິດ​ຍິງທີ່​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ, ຜະລິດ, ດຳ​ເນີນ​ທຸລະ​ກິດ, ​ໃນ​ສະພາວະ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ໄດ້​ຢືນ​ຢູ່​ຢ່າງ​ໝັ້ນຄົງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ເສດຖະກິດ​ແຫ່ງ​ຊາດ. ທີ່​ການ​ພົບ​ປະ​ສ້າງສັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງຢືນຢັນ​ວ່າ ດ້ວຍ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ​ຫວຽດນາມ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ປະຊາ​ຄົມ​ນັກທຸລະກິດ​ຍິງ​ຫວຽດນາມນັບ​ມື້​ນັບ​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ສຳຄັນ​ຂອງ​ຕົນ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ກ່າວວ່າ :

   “ ການດຳເນີນທຸລະກິດແມ່ນຕ້ອງສ້າງຊີວິດຄອບຄົວໃຫ້ດີຂຶ້ນ, ພ້ອມທັງ ປະກອບສ່ວນໃຫ້ສັງຄົມ. ມີສິ່ງ​ໜຶ່ງ​ທີ່​ສູງ​ສົ່ງ, ນັ້ນ​ແມ່ນ​ນອກ​ຈາກ​ການ​ກະທຳ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ນັ້ນ, ວິ​ສາ​ຫະກິດ​ພັດທະນາ ​ແມ່ນ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ນັບ​ພັນ​ຄົນ, ​ເຮັດ​ໃຫ້​ຫຼາຍໆ​ຄອບຄົວ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ຜາ​ສຸກ. ມັນ​ກໍ​ຍິ່ງມີ​ຄວາມ​ໝາຍ​ກ່ວາ​ການ​ຫັກ​ເງິນ​ນັບ​ຕື້​ດົງ​ເພື່ອ​​ເຮັດ​ວຽກ​ງານ​ເພື່ອ​ການ​ກຸສົນ. ຊີວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ພັດທະນາ ​ແມ່ນ​ຍ້ອນ​ມີ​ການ​ຜະລິດ. ການ​ຜະລິດ​ແມ່ນ​ເລີ່​ມມາ​ຈາກ​ນັກທຸລະກິດ, ​ໃນ​ນັ້ນ​ມີ​ນັກທຸລະກິດ​ຍິ່ງ”. 

ຂ່າວ/ບົດ​ອື່ນ