ທ່ານປະທານປະເທດ ເຂົ້າຮ່ວມພິທີລົງນາມໃນ ໂຄງການສົມທົບວຽກງານ ມະນຸດສະທຳ

ທ່ານປະທານປະເທດ ເຂົ້າຮ່ວມພິທີລົງນາມໃນ ໂຄງການສົມທົບວຽກງານ ມະນຸດສະທຳ   - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ເຂົາຮ່ວມ
ພິທີ​ລົງ​ນາມ​ໃນ​ໂຄງການ​ສົມທົບ​ວຽກ​ງານ​ມະນຸດສະທຳ)

(vovworld) – ຕອນ​ບ່າຍ​ວັນ​ທີ 14/10, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ໂຄງການ​ສົມທົບ​ວຽກ​ງານ​ມະນຸດສະທຳ ໄລຍະ 2013 – 2018 ລະຫວ່າງ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ແລະ 10 ອົງການ​ຈັດ​ຕັ້ງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ຢືນຢັນ​ວ່າ: ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ ​ແລະ ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່​ປະຊາຊົນ​ຢ່າງບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊາຍ​ແດນ, ​ເຂດ​ໝູ່​ເກາະ ​ແລະ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສົ່ງ​ເສີມ, ປຸກລະດົມ​ການ​ເຄື່ອນ​ໄຫວ​ມະນຸດສະທຳ. ທ່ານ​ປະທານ​ຖື​ວ່າ, ການ​ລົງ​ນາມ​ໃນ​ໂຄງການ​ນີ້ ຈະ​ສ້າງ​ເປັນ​ກົນ​ໄກ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ຊຸກຍູ້​ການ​ເຄື່ອນ​ໄຫວ​ມະນຸດສະທຳ, ດ້ວຍ​ບົດບາດ​ແກ່ນສານ, ​ເປັນ​ຂົວ​ຕໍ່, ປະສານ​ງານ​ຂອງ​ສະພາກາ​ແດງ​ຫວຽດນາມ. ​ໃນ​ພິທີ​ລົງ​ນາມ, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ​ ສືບ​ຕໍ່​ໄດ້​ຮັບ​ເງິນ​ບໍລິຈາກ​ກວ່າ 24 ຕື້​ດົ່ງ ຈາກ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ ທີ່ສະໜັບສະໜູນ​ປະຊາຊົນ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ໄພ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ