ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ກູບາ

(VOVWORLD) - ຕອນເຊົ້າວັນທີ 28 ສິງຫາ, ທີ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Herminio Lopez Diaz ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ,
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ກູບາ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ກູບາ

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊົມເຊີຍທ່ານເອກອັກຄະລັດຖະທູດໄດ້ສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ ຢ່າງດີເດັ່ນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ການພົວພັນ ຫວຽດນາມ - ກູບາ ແມ່ນການພົວພັນແບບພິເສດ ແລະ ເປັນແບບຢ່າງ, ໂດຍປະທານ ໂຮ່ຈີມິນ, ການນຳ Fidel Castro ສ້າງຂຶ້ນ, ບັນດາ ການນຳ ແລະ ປະຊາຊົນ 2 ປະເທດລຸ້ນຕ່າງໆສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ແລກປ່ຽນກັບ ກູບາ ໃນທຸກບົດຮຽນ, ຜົນສຳເລັດ ແລະ ຍັງບໍ່ທັນສຳເລັດ ທີ່ຖອດຖອນໄດ້ຈາກພາລະກິດປ່ຽນແປງໃໝ່ເປັນເວລາກ່ວາ 30 ປີຜ່ານມາ.

        ສ່ວນທ່ານເອກອັກຄະລັດຖະທູດ  Herminio Lopez Diaz ສົ່ງຄຳອວຍພອນຂອງການນຳ ກູບາ ເຖິງທ່ານປະທານປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ 02/09 ຂອງ ຫວຽດນາມ ຄົບຮອບ 72 ປີ. ທ່ານເອກອັກຄະລັດຖະທູດ Herminio Lopez Diaz ຢືນຢັນວ່າ ເຖິງວ່າຢູ່ໃນຖານະຕຳແໜງໃດກໍ່ຕາມ, ທ່ານກໍ່ຈະສືບຕໍ່ເປັນຂົວຕໍ່ ປະກອບສ່ວນເພີ່ມທະວີຊຸກຍູ້ການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດນັບມື້ນັບເລິກເຊິ່ງ, ແໜ້ນແຟ້ນຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ