ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຕ້ອນຮັບ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການປະທານປະເທດລາວ

ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຕ້ອນຮັບ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການປະທານປະເທດລາວ  - ảnh 1
ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄ​ຕ້ອນຮັບ​ລັດຖະມົນຕີ,
ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ລາວ ພົງ​ສະຫວັດ​ບຸບຜາ

(vovworld) – ຕອນບ່າຍວັນ​ທີ 23/1, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ລາວ ພົງ​ສະຫວັດ​ບຸບຜາ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຫ້ອງ​ວ່າການ​ປະທານ​ປະ​ເທດຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ຖື​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ລາວ ພົງ​ສະຫວັດ​ບຸບຜາ ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ຫ້ອງ​ວ່າການ ​ແລະ ສອງ​ປະ​ເທດ. ທ່ານ​ປະທານ​ສະ​ເໜີ​ໃຫ້​ສອງ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ ​ແລະ ມີ​ລາຍການ​ຮ່ວມ​ມື​ຢ່າງ​ລະອຽດ ​ເພື່ອ​ປະຕິບັດ​ວຽກ​ງານ​ໃຫ້​ດີ. ຄຽງ​ຂ້າງ​ນັ້ນ, ປີ 2013, ພ້ອມ​ກັບ​ການຈັດ​ຕັ້ງ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຕ່າງໆ, ສອງ​ຝ່າຍ​ຄວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂັ້ນ, ທຸກຂະ​ແໜງ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ພິ​ເສດ​ຫວຽດນາມ - ລາວ.

ກ່ອນ​ໜ້າ​ນັ້ນ, ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ລາວ ພົງ​ສະຫວັດ​ບຸບຜາ ​ໄດ້​ມີ​ການ​ເຈລະຈາ​ກັບ​ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ຫວຽດນາມ ດ່າວຫວຽດຈູງ ​ແລະ ມອບ​ຫຼຽນ​ໄຊ​ອິດ​ສະຫຼະ ຊັ້ນ​ໜຶ່ງ, ຊັ້ນ​ສອງ ​ແລະ ຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ຫ້ອງ​ວ່າການ​ປະທານ​ປະ​ເທດ​ຫວຽດນາມ ​ ບັນດາ​ຜູ້ນຳ, ອະດີດ​ການ​ນຳ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ຜ່ານ​ໄລຍະ​ຕ່າງໆ.

ຂ່າວ/ບົດ​ອື່ນ