ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຝລັ່ງ-ຫວຽດນາມ

ພາບປະກອບ
|
(vovworld)- ຕອນບ່າຍວັນທີ 11/9 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຕ້ອນຮັບທ່ານ Christian Poncelet ປະທານກຸ່ມມິດສະມາຊິກສະພາແຫ່ງຊາດມິດຕະພາບ ຝລັ່ງ - ຫວຽດນາມ ຂອງສະພາສູງ ຝລ່ັງ ເປັນຫົວຫນ້າຄະນະ ພວມຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖືການພົວພັນກັບ ຝລັ່ງ ເປັນສຳຄັນແລະເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ ຈະໄດ້ຍົກຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດ. ພິເສດ ໃນການຢ້ຽມຢາມ ຝລັ່ງຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃນທ້າຍເດືອນ 9 ນີ້ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດກວ່າອີກ. ທ່ານ Christian Poncelet ຢືນຢັນວ່າ: ການຢ້ຽມຢາມຫວຽດນາມ ຂອງຄະນະຄັ້ງນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ແລະ ຝລັ່ງ ຢາກຜ່ານຫວຽດນາມ ເພື່ອຊືມເຂົ້າເລິກຕະຫລາດອາຊີຕາເວັນອອກສຽງໃຕ້ ກົງກັນຂ້າມ ຝລ່ັງ ພ້ອມແລ້ວຫນູນຊ່ວຍຫວຽດນາມ ຊືມເຂົ້າເລິກຕະຫລາດ ເອີລົບ.