ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບ ທະຫານເຂດ7

ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບ  ທະຫານເຂດ7 - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເຮັດ​ວຽກ​ກັບ​ກອງ​ພົນ​ນ້ອຍ​
ກອງ​ປືນ​ໃຫຍ່ 75
ພາບ:internet


 (vovworld)- ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ກັບ​ທະຫານ​ເຂດ 7, ຕອນ​ເຊົ້າ​ວັນ​ທີ 28/4, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກອງ​ພົນ​ນ້ອຍ​ກອງ​ປືນ​ໃຫຍ່ 75 ຢູ່ ດົງ​ນາຍ ​ແລະ ກອງພັນ​ໃຫຍ່ ຢາ​ດີ້​ງ ຢູ່ ​ເມືອງ ກູ​ຈີ ນະຄອນ ​ໂຮ່ຈິ​ມີນ. ​ໃນ​ໄລຍະ​ຕໍ່ຕ້າ​ນຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ກອງ​ພົນ​ນ້ອຍ​ກອງ​ປືນ​ໃຫຍ່ ​ໄດ້​ປະຕິບັດ​ການ​ບຸກ​ໂຈມ​ຕີ​ຫລາຍ​ຄັ້ງ​ທີ່​ສຳຄັນ. ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ມາ​ຮອດ​ປະຈຸ​ບັນ, ພະນັກງານ, ນັກຮົບ​ຢູ່​ກອງ​ພົນ​ນ້ອຍ ຍາມ​ໃດ​ກໍ​ປະຕິບັດ​ວຽກ​ງານ​ບຳລຸງ​ສ້າງ, ບົວລະບັດຮັກສາອາວຸດ​ພາຫະນະ, ກຽມພ້ອມ​ການສູ້​ຮົບ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ພະນັກງານ​, ນັກຮົບ​ແຕ່ລະຄົນ​ຄວນ​ຮຳ່ຮຽນ, ຝືກຝົນ​ຫລໍ່​ຫລອມ, ກຽມພ້ອມ​ສູ້​ຮົບ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ປະຕິບັດ​ຫນ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ເປັນ​ຢ່າງ​ດີ.

“ຄົນ​ລຸ້ນກ່ອນ​ໄດ້​ເຄີຍ​ສິດສອນ​ພວກ​ເຮົາ​ວ່າ: ​ເມື​ອ່ປະ​ເທດ​ຊາດ​ສັນຕິພາບ ຕ້ອງ​ຄິດ​ເຖິງ​ເວລາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພວກ​ເຮົາ​ພວມ​ປະຕິບັດ ຍຸດ​ທະ​ສາດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຢາກ​ປະຕິບັດ​ຫນ້າ​ທີ່​ດັ່ງກ່າວ​ສຳ​ເລັດ, ພະນັກງານ,​ນັກຮົບ​ແຕ່ລະຄົນ ຕ້ອງ​ຝືກຝົນ​ຫລໍ່ຫລອມ​ວິຊາ​ສະ​ເພາະ, ວິຊາ​ການ, ກຽມພ້ອມ​ການ​ສູ້​ຮົບ ​ເພື່ອ​ໃຫ້​ສົມ​ກັບ​ກອງ​ພົນ​ນ້ອຍ 75 ວິລະ​ຊົນ.”

ຂ່າວ/ບົດ​ອື່ນ