ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ຍູ້​ໄວ​ຍຸດ​ທ​ະ​ສາດ​ວັກ​ຊິນ ແລະ ຖື​ວຽກ​ງານ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ສຳ​ຄັນ

(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບ ຄະນະປະຈຳກຳມາທິການບັນດາບັນຫາສັງຄົມ ແລະ ບາງອົງການຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ ແລະ ບັນດາເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. 

ການເຮັດວຽກດັ່ງກ່າວ ແມ່ນເພື່ອແນໃສ່ຕີລາຄາການປະຕິບັດບັນດານະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານທີ່ຖືກວ່າງງານ, ບັນດາເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດ ຕາມມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະ ລັດຖະບານ ໃນໄລຍະຜ່ານມາ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ຍູ້​ໄວ​ຍຸດ​ທ​ະ​ສາດ​ວັກ​ຊິນ ແລະ ຖື​ວຽກ​ງານ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ສຳ​ຄັນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້  (ພາບ: TTXVN)
 ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ຕໍ່ໜ້າສະພາບການທີ່ຫຼາຍປະເທດ ແລະ ພາກພື້ນເປີດປະຕູພື້ນຖານເສດຖະກິດ ຍ້ອນຮັບປະກັນໄດ້ການສັກວັກຊິນ, ຫວຽດນາມ ຄວນຖືການຮັບປະກັນສະຖຽນລະພາບເສດຖະກິດມະຫາພາກເປັນສຳຄັນ, ມີແຜນການແກ່ການເຕີບໂຕ ແລະ ປ່ອຍເງິນລົງທຶນສາທາລະນະໂດຍໄວ, ຍູ້ໄວຍຸດທະສາດວັກຊິນ ດ້ວຍຂັ້ນຕອນ ລະອຽດເພື່ອສ້າງພູມຕ້ານທານຂອງວົງຄະນະຍາດໄດ້ໂດຍໄວ, ອັນເປັນພື້ນຖານສຳຄັນເພື່ອໄປທັນກັບພື້ນຖານເສດຖະກິດໂລກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີວ່າ, ຄະນະປະຈຳກຳມາທິການບັນດາບັນຫາສັງຄົມ ຈົ່ງສືບຕໍ່ອັບເດດການຜັນຂະຫຍາຍປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະ ລັດຖະບານທີ່ໄດ້ຮັບການຮັບຮອງເອົາແລ້ວ. ພ້ອມກັນນັ້ນ ສະເໜີ ລັດຖະບານ ຈົ່ງສະຫຼຸບຕີລາຄາບັນດາບ້ວງເງິນໜູນຊ່ວຍສຳລັບເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ໃນນັ້ນ ມີທັງກຸ່ມຫົວໜ່ວຍພາລະກິດຂົງເຂດເສດຖະກິດນອກລະບົບຕ້ອງລາຍງານຮວບຮ່ວມເພື່ອລາຍງານທີ່ກອງປະຊຸມສະພາແຫ່ງຊາດ

        ເພື່ອປະກອບສ່ວນເຂົ້າໃນການປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມເວົ້າລວມ ແລະ ນະໂຍບາຍໜູນຊ່ວຍເປົ້າໝາຍຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ເວົ້າສະເພາະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີ ລັດຖະບານ ຈົ່ງມີແຜນການຊຸກຍູ້ການເຕີບໂຕ ແລະ ຍູ້ແຮງການປ່ອຍເງິນລົງທຶນສາທາລະນະໃນໄລຍະຈະມາເຖິງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ