ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ເຂົ້າ​ຮ່ວມ​ວັນ​ບຸນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ ຢູ່ ເກິ່ນ​ເທີ

(VOVWORLD) - ຕອນເຊົ້າວັນທີ 9 ພະຈິກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເຂດຊຸມຊົນ ບ້ານ ເຈົາແທັງ, ຕາແສງ ອານນິງ, ນະຄອນເກິ່ນທີ.


ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ເຂົ້າ​ຮ່ວມ​ວັນ​ບຸນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ ຢູ່ ເກິ່ນ​ເທີ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ການນຳແຂວງເກິ່ນເທີ ມອບຂອງຂວັນໃຫ້ແກ່ບັນດາຄູບ່າ ໃນວັນບຸນ (ພາບ:  nhandan.vn)

ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຍ້ອງຍໍສັນລະເສີນບັນດາໝາກຜົນໂດຍນະຄອນ ເກິ່ນເທີ ບັນລຸໄດ້ໃນໄລຍະຜ່ານມາ ໃນນັ້ນ ມີຕາແສງ ອານນິງ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຢາກໃຫ້ມີນະຄອນເຂັ້ມແຂງ, ບ້ານຕ້ອງເຂັ້ມແຂງ, ຕາແສງຕ້ອງເຂັ້ມແຂງ ດ້ວຍບັນດາສະຖານທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ອຳນາດການປົກຄອງທຸກຂັ້ນຕ້ອງສືບຕໍ່ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ປາດຖະໜາຢາກນະຄອນ ເກິ່ນທີ ປ່ຽນແປງໃໝ່ຢ່າງແຮງເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ທຸກຂັ້ນຕາມການຊີ້ນຳທີ່ລະອຽດ, ເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ກອງປະຊຸມໃຫຍ່ ຄະນະພັກແນວໂຮມປະເທດຊາດ, ບັນດາໝູ່ຄະນະຂັ້ນສູນກາງອາຍຸການ 2025 - 2030.

ຕອບກັບ

ຂ່າວ/ບົດ​ອື່ນ