ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

(VOVWORLD) -ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. .
ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ - ảnh 1ທີ່ພົບປະເຈລະຈາ
(ພາບ: TTXVN)

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດ 2 ປະເທດຈົ່ງຍູ້ແຮງການແລກປ່ຽນບັນດາການຢ້ຽມຢາມ, ພົບປະລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ, ບັນດາກຸ່ມສະມາຊິກລັດຖະສະພາ, ກຸ່ມສະມາຊິກສະແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ… 2 ຝ່າຍເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ຕິດຕາມກວດກາການປະຕິບັດບັນດາສັນຍານ, ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ລັດຖະບານ, 2 ປະເທດຢ່າງແທດຈິງ; ສືບຕໍ່ສົມທົບກັນຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບວຽກງານວິຊາການສະເພາະລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ 2 ປະເທດ, ໜູນຊ່ວຍເຊິ່ງກັນແລະກັນໃນການບຳລຸງສ້າງຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ກໍຄືບັນດາອົງການວິຊາສະເພາະ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ໜູນຊ່ວຍ, ຊ່ວຍເຫຼືອໃຫ້ສະພາແຫ່ງຊາດລາວ ດ້ານນິຕິບັນຍັດ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ, ໂດຍສະເພາະໃນໄລຍະຈະມາເຖິງນີ້ ສະພາແຫ່ງຊາດລາວ ຈະພິຈາລະນາຮັບຮອງເອົາແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ເຊື່ອໝັ້ນວ່າ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ຈະສືບຕໍ່ນຳຫວຽດນາມ ໃຫ້ພັດທະນາໃນທຸກຂົງເຂດ; ທ່ານກໍ່ສະແດງຄວາມຂອບໃຈຕໍ່ໂຄງການຫໍສະພາແຫ່ງຊາດລາວ ທີ່ໄດ້ນຳເຂົ້າເຄື່ອນໄຫວທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດລາວ ຊຸດທີ 9 ຜ່າມມາ, ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ລຳຄ່າທີ່ສຸດຂອງຫວຽດນາມ, ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ