ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການຢູ່ 2 ປະເທດເອີລົບ ຢ່າງຈົບງາມ

(VOVWORLD) -ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ
ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການຢູ່ 2 ປະເທດເອີລົບ ຢ່າງຈົບງາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ
(ພາບ: TTXVN)

ຕອນບ່າຍວັນທີ 01 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການ ຮຸງກາຣີ, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນລະຫວ່າງວັນທີ 26 -30 ມິຖຸນາ ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຮຸງກາຣີ Laszlo Kover, ທ່ານປະທານສະພາຕ່ຳ ອັງກິດ Lindsay Hoyle ແລະ ທ່ານປະທານສະພາສູງ ອັງກິດ John Mcfall.

        ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ; ຢືນຢັນການຖືເປັນສຳຄັນຂອງ ຫວຽດນາມ ສຳລັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

        ການຢ້ຽມຢາມກໍ່ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດ ສຳລັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຜັນຂະຫຍາຍບົດສະຫຼຸບເລກທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ