ທ່ານປະທານາທິບໍດີ Donald Trump: ບັນຫາ Huawei ອາດຈະນໍາເຂົ້າໃນຂໍ້ຕົກລົງ ກັບ ຈີນ

(VOVWORLD) -ບັນດາຄວາມວິຕົກກັງວົນຂອງ ວໍຊີງຕັນ ກ່ຽວກັບບັນດາຜະລິດຕະພັນຂອງ ກຸ່ມບໍລິສັດ Huawei ອາດຈະໄດ້ຮັບການແກ້ໄຂໃນຂອບເຂດກົນໄກຂອງຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ
ທ່ານປະທານາທິບໍດີ Donald Trump: ບັນຫາ Huawei ອາດຈະນໍາເຂົ້າໃນຂໍ້ຕົກລົງ ກັບ ຈີນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trumpທີ່ການຖະແຫຼງຂ່າວ ຢູ່ວໍຊີງຕັນ ໃນວັນທີ 22/05 (ພາບ: THX/TTXVN)

  ວັນທີ 23 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ເຈາະຈີ້ມວ່າ ບັນດາຄວາມວິຕົກກັງວົນຂອງ ວໍຊີງຕັນ ກ່ຽວກັບບັນດາຜະລິດຕະພັນຂອງ ກຸ່ມບໍລິສັດ Huawei ອາດຈະໄດ້ຮັບການແກ້ໄຂໃນຂອບເຂດກົນໄກຂອງຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ. ກ່າວຄໍາເຫັນຕໍ່ວົງການນັກຂ່າວ ຢູ່ທໍານຽບຂາວ, ທ່ານປະທານາທິບໍດີ ກ່າວວ່າ: “ຖ້າຫາກເບິ່ງໃນແງ່ມູມຄວາມໝັ້ນຄົງ ຫຼື ການທະຫານແລ້ວ, ເພື່ອນອາດຈະເຫັນໄດ້ວ່າ ທຸກສິ່ງທຸກຢ່າງ ເຊິ່ງ Huawei ພວມປະຕິບັດຢູ່ນັ້ນ ແມ່ນເປັນອັນຕະລາຍທີ່ສຸດ. ຖ້າຫາກພວກເຮົາພວມເຈລະຈາກ່ຽວກັບຂໍ້ຕົກລົງ, ຂ້າພະເຈົ້າຖືວ່າ Huawei ອາດຈະໄດ້ນໍາເຂົ້າໃນຂໍ້ຕົກລົງສ່ວນໃດສ່ວນໜຶ່ງ”. ນອກຈາກນັ້ນ, ທ່ານປະທານາທິບໍດີ Donald Trump ກໍໃຫ້ຂໍ້ສັງເກດວ່າ ຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ອາດຈະໄດ້ຮັບການແກ້ໄຂໂດຍໄວ. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍຢືນຢັນວ່າ ຈະມີການພົບປະກັບທ່ານປະທານປະເທດຈີນ ສີຈິ້ນຜິງ ເມື່ອການນໍາສອງປະເທດ ໄປເຂົ້າຮ່ວມກອງປະຊຸມ G20 ໃນເດືອນຈະມາເຖິງຢູ່ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ