ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເອີ້ນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຢູ່​ນະ​ຄອນຫຼວງ ມົດ​ສະ​ກູ ແມ່ນ​ການ​ກໍ່​ກາ​ນ​ຮ້າຍ

(VOVWORLD) - ໃນບັ້ນການທະຫານພິເສດ ຢູ່ ຢູແກຼນ, ກອງທັບ ລັດເຊຍ ພຽງແຕ່ປະຕິບັດບັນດາການບຸກໂຈມຕີທີ່ມີຄວາມແມ່ນຍຳສູງ ແນໃສ່ບັນດາພື້ນຖານໂຄງລ່າງການທະຫານ. ເຖິງຢ່າງໃດກໍຕາມ, ກົງກັນຂ້າມກັບກອງທັບ ລັດເຊຍ, ກອງທັບ ຢູແກຼນ ແນໃສ່ພື້ນຖານພົນລະເຮືອນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເອີ້ນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຢູ່​ນະ​ຄອນຫຼວງ ມົດ​ສະ​ກູ ແມ່ນ​ການ​ກໍ່​ກາ​ນ​ຮ້າຍ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:Tass)

ວັນທີ 30 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເອີ້ນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບທີ່ແນໃສ່ນະຄອນຫຼວງ ມົດສະກູ ແມ່ນການກໍ່ການຮ້າຍ, ການນາບຂູ່ປະຊາຊົນ ແລະ ປຸກປັນຍຸແຍ່ການນຳ ລັດເຊຍ. ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ໃນບັ້ນການທະຫານພິເສດ ຢູ່ ຢູແກຼນ, ກອງທັບ ລັດເຊຍ ພຽງແຕ່ປະຕິບັດບັນດາການບຸກໂຈມຕີທີ່ມີຄວາມແມ່ນຍຳສູງ ແນໃສ່ບັນດາພື້ນຖານໂຄງລ່າງການທະຫານ. ເຖິງຢ່າງໃດກໍຕາມ, ກົງກັນຂ້າມກັບກອງທັບ ລັດເຊຍ, ກອງທັບ ຢູແກຼນ ແນໃສ່ພື້ນຖານພົນລະເຮືອນ.

        “ລະບອບ Kiev ໄດ້ຄັດເລືອກເສັ້ນທາງອື່ນ, ເສັ້ນທາງພະຍາຍາມນາບຂູ່ ລັດເຊຍ ແລະ ພົນລະເມືອງ ລັດເຊຍ ແລະ ບຸກໂຈມຕີບັນດາເຂດຊຸມຊົນ. ເຖິງຢ່າງໃດກໍຕາມ, ນີ້ແມ່ນບັນດາສັນຍານທີ່ຈະແຈ້ງຂອງການເຄື່ອນໄຫວກໍ່ການຮ້າຍ”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ ແລະ ຢູ່ຊານເມືອງ ຖືກເຮືອບິນບໍ່ມີຄົນຂັບບຸກໂຈມຕີ. ກະຊວງປ້ອງກັນປະເທດລັດເຊຍ ກ່າວຫາວ່າ ຢູແກຼນ ດຳເນີນການບຸກໂຈມຕີກໍ່ການຮ້າຍນີ້.  ເຮືອບິນບໍ່ມີຄົນຂັບ 8 ລຳ ໄດ້ເຂົ້າຮ່ວມການບຸກໂຈມຕີນັ້ນ ຖືກຍິງຕົກດ້ວຍລະບົບສູ້ຮົບເອເລັກໂຕນິກ, ລະບົບປືນໃຫຍ່ ແລະ ລູກສອນໄຟປ້ອງກັນອາກາດ.

        ກໍໃນວັນທີ 31 ພຶດສະພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການ ໂດຍຊີ້ແຈ້ງວ່າ ລັດເຊຍ ມີສິດປະຕິບັດບັນດາມາດຕະການທີ່ເຄັ່ງຄັດທີ່ສຸດ ເພື່ອໂຕ້ຕອບຄືນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບແນໃສ່ນະຄອນຫຼວງ ມົດສະກູ.

        ສ່ວນຝ່າຍ ຢູແກຼນ, ທີ່ປຶກສາຂອງຫົວໜ້າຫ້ອງວ່າການປະທານາທິບໍດີ, ທ່ານ Mikhail Podolyak ໃຫ້ຮູ້ວ່າ ຢູແກຼນ ບໍ່ມີສ່ວນກ່ຽວຂ້ອງໂດຍກົງເຖິງການບຸກໂຈມຕີດັ່ງກ່າວ.

ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ