ທ່​ານ​ປະ​ທາ​ນາ​ທິບໍ​ດີ ລັດ​ເຊຍເຊັນລັດຖະດຳ​ລັດ​ກຳ​ນົດ​ວັນ​ເວ​ລາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ

(VOVWORLD) - ຕາມກົດໝາຍແລ້ວ, ຂໍ້ຕົກລົງຈັດຕັ້ງການເລືອກຕັ້ງຕ້ອງໄດ້ຮັບການປະກາດຢ່າງເປັນທາງການ ໃນຮອບເວລາ 5 ວັນພາຍຫຼັງໄດ້ຮັບການຮັບຮອງເອົາ.
ທ່​ານ​ປະ​ທາ​ນາ​ທິບໍ​ດີ ລັດ​ເຊຍເຊັນລັດຖະດຳ​ລັດ​ກຳ​ນົດ​ວັນ​ເວ​ລາ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ - ảnh 1ກອງປະຊຸມ ຂອງ Duma ແຫ່ງຊາດ (ພາບ: AFP/ TTXVN)

ຕອນຄ່ຳວັນທີ 17 ມິຖຸນາ, ພະແນກການຂ່າວ ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມເຊັນລັດຖະດຳລັດ ຈັດຕັ້ງການເລືອກຕັ້ງ ສະມາຊິກ Duma ແຫ່ງຊາດ (ສະພາຕ່ຳ) ຊຸດທີ 8 ໃນວັນທີ 19 ກັນຍາ 2021. ເອກະສານທາງການໄດ້ຂຽນວ່າ: ເພື່ອເລືອກຕັ້ງບັນດາສະມາຊິກ Duma ແຫ່ງຊາດ ຊຸດໃໝ່ ໃນວັນທີ 19 ກັນຍາ 2021. ລັດຖະດຳລັດສະບັບນີ້ມີຜົນສັກສິດເລີ່ມແຕ່ວັນກໍ່ໄດ້ຮັບການປະກາດຢ່າງເປັນທາງການ.

ຕາມກົດໝາຍແລ້ວ, ຂໍ້ຕົກລົງຈັດຕັ້ງການເລືອກຕັ້ງຕ້ອງໄດ້ຮັບການປະກາດຢ່າງເປັນທາງການ ໃນຮອບເວລາ 5 ວັນພາຍຫຼັງໄດ້ຮັບການຮັບຮອງເອົາ.

ພ້ອມກັບການເລືອກຕັ້ງ ສະມາຊິກ Duma ແຫ່ງຊາດ, ໃນວັນທີ 19 ກັນຍາ 2021 ນີ້ ກໍ່ຈະດຳເນີນການປ່ອນບັດໂດຍກົງ ເລືອກຕັ້ງ ຫົວໜ້າ ຂອງ 9 ພາກສ່ວນຕົ້ນຕໍຂອງ ສະຫະພັນ ລັດເຊຍ ແລະ 39 ອົງການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ