ທ່ານ​ປະທານາທິບໍ​ດີ ອາ​ເມ​ລິ​ກາ Donald Trump ອ່ານ​ສານ​ສະຫະລັດສະບັບ​ສຸດ​ທ້າ​ຍ​ໃນ​ອາຍຸ​ການ​ຂອງ​ຕົນ

(VOVWORLD) - ຕອນຄໍ່າວັນທີ 04 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອ່ານສານສະຫະລັດ ຄັ້ງທີ 3  ແລະ ກໍແມ່ນສານສະບັບສຸດທ້າຍໃນອາຍຸການເປັນປະທານາທິບໍດີຂອງຕົນ. 
ທ່ານ​ປະທານາທິບໍ​ດີ  ອາ​ເມ​ລິ​ກາ Donald Trump ອ່ານ​ສານ​ສະຫະລັດສະບັບ​ສຸດ​ທ້າ​ຍ​ໃນ​ອາຍຸ​ການ​ຂອງ​ຕົນ - ảnh 1ທ່ານປະທານາທິບໍດີ Donald Trump ອ່ານສານສະຫະລັດ (ພາບ: AFP/ TTXVN )

       ນີ້ແມ່ນການເຄື່ອນໄຫວປະຈໍາປີ ແລະ ມີຄວາມສໍາຄັນສໍາລັບຜູ້ນໍາທໍານຽບຂາວ, ໃນນັ້ນ ໄດ້ຍົກອອກວິໄສທັດ, ທິດທາງ ແລະ ນະໂຍບາຍພາຍໃນປະເທດ ກໍຄືນະໂຍບາຍການຕ່າງປະເທດຂອງລັດຖະບານໃນທັງປີ.

        ໃນສານສະຫະລັດ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ພາຍໃຕ້ການນໍາພາເປັນເວລາ 04 ປີ ຂອງຕົນ, ປະເທດ ອາເມລິກາ ບັນລຸໄດ້ບັນດາຜົນສໍາເລັດດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ໄດ້ຮັບຄວາມເຄົາລົບນັບຖືຂອງໂລກ. ທ່ານ ກໍຢັ້ງຢືນວ່າ ອັດຕາສະເລ່ຍຜູ້ຫວ່າງງານໃນອາຍຸການຂອງທ່ານ ແມ່ນຕໍ່າກວ່າໝູ່ໃນປະຫວັດສາດຂອງ ອາເມລິກາ.

ປີ 2020, ທ່ານປະທານາທິບໍດີ  Donald Trump ໄດ້ອ່ານສານສະຫະລັດໃນສະພາບການທີ່ວິກິດການດ້ານການເມືອງຄັ້ງໃຫຍ່ຢູ່ພາຍໃນປະເທດ ເຊິ່ງຖືກດໍາເນີນກ່ອນ 1 ວັນ ເມື່ອສະພາສູງ ອາເມລິກາ ຍົກອອກຄໍາຕັດສິນສຸດທ້າຍວ່າ ທ່ານປະທານາທິບໍດີ ຈະຖືກພິຈາລະນາໂທດຫຼືບໍ ໃນວາລະພິພາກສາ ໂດຍພັກປະຊາທິປະໄຕຮ້ອງຟ້ອງ.


ຕອບກັບ

ຂ່າວ/ບົດ​ອື່ນ