ທ່ານ​ລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ຮອງນາຍົກລັດຖະມົນຕີລາວ ທອງ​ລຸນ​ສີ​ສຸ​ລິດ

ທ່ານ​ລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບ ຮອງນາຍົກລັດຖະມົນຕີລາວ ທອງ​ລຸນ​ສີ​ສຸ​ລິດ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງຕ້ອນຮັບ
ທ່ານ​ຮອງນາຍົກລັດຖະມົນຕີ​ລາວ ທອງ​ລຸນ ສີ​ສຸ​ລິດ
( ພາບ: cpv.org.vn )

( vovworld ) - ຕອນ​ບ່າຍ​ວັນທີ 16/3, ຢູ່​ສຳ​ນັກ​ງານ​ລັດຖະບານທີ່​ຮ່າ​ໂ​ນ້ຍ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້ການຕ້ອນຮັບທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ທີ່​ພວມ​ຢູ່ຢ້ຽມຢາມຫວຽດນາມ ​ແລະ ​ເປັນ​ປະທານ​ຮ່ວມ​ການ​ພົບ​ປະ​ແລ​ກປ່ຽນ​ຄັ້ງ​ທີ 6 ລະຫວ່າງ​ສອງ​ກະຊວງ​ການຕ່າງປະ​ເທດ​ຫວຽດນາມ ​ແລະ ລາວ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ເຊິ່ງກົມ​ການ​ເມືອງ, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ນຳ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ຫຼາຍກວ່າ​ອີກ, ຜ່ານ​ນັ້ນ​ປະກອບ​ສ່ວນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າ​ຍ​ໃນ​ບັນດາ​ຂົງ​ເຂດ, ພ້ອມ​ກັນ​ນັ້ນ​ປະກອບ​ສ່ວນຊຸກຍູ້ການ​​ພົວພັນຮ່ວມ​ມື​ຂອງ​ຫວຽດນາມ ​ແລະ ຂອງ​ລາວ​ ກັບ​ບັນດາ​ປະ​ເທດ​ໃນ​ກຸ່ມອາ​ຊຽນ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ​ຢືນຢັນ​ວ່າຫວຽດນາມ ພ້ອມ​​ແລ້ວ​ໃຫ້​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ລາວ ​ເມື່ອ​ເປັນ​ເຈົ້​າ​ພາບຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ກໍ​ຢືນຢັນຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິ​ຜົນ, ບັນດາ​ເຫດການ​ໃນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ