ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ ສ.ຝ​ລັ່ງ ແລະ OECD ຢ່າງ​ຈົບ​ງາມ

(VOVWORLD) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີບຣາຊິນ ສະໜັບສະໜູນ, ຊຸກຍູ້ການເລີ່ມເຈລະຈາສົນທິສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR)
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ ສ.ຝ​ລັ່ງ ແລະ OECD ຢ່າງ​ຈົບ​ງາມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Viera (ພາບ: TTXVN)

ໃນວັນທີ 8 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນໄດ້ເດີນທາງໄປຍັງ ສ.ເຊັກໂກ, ພາຍຫຼັງສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ຝລັ່ງ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢ່າງຈົບງາມ. ກ່ອນໜ້ານັ້ນ, ຢູ່ນອກກອງປະຊຸມດັ່ງກ່າວ ຢູ່ນະຄອນຫຼວງ ປາຣີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນໄດ້ມີການພົບປະກັບການນຳບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Viera,, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີບຣາຊິນ ສະໜັບສະໜູນ, ຊຸກຍູ້ການເລີ່ມເຈລະຈາສົນທິສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR), ສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍເຊິ່ງສອງຝ່າຍເປັນສະມາຊິກຢ່າງຕັ້ງໜ້າ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ບຣາຊິນ ໃນບົດບາດເປັນຄູ່ຮ່ວມມືຕາມຂົງເຂດກໍ່ຄືລະຫວ່າງ ອາຊຽນ ແລະ ກຸ່ມ MERCOSUR. ສ່ວນທ່ານລັດຖະມົນຕີ Mauro Viera ໄດ້ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານລັດຖະມົນຕີ ບຸຍແທັງເຊີນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

        ທີ່ການພົບປະກັບທ່ານນາງ Mary Ng ລັດຖະມົນຕີກະຊວງການຄ້າສາກົນ ການາດາ, , ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ສອງຝ່າຍມີຄວາມເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມືຮອບດ້ານ, ເປີດກວ້າງການຮ່ວມມືກ່ຽວກັບການຫັນປ່ຽນສີຂຽວ, ບັນດາໂຄງການຂອງ OECD, ການສຶກສາບຳລຸງສ້າງ…ໃນສະພາບການສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023)…

ຕອບກັບ

ຂ່າວ/ບົດ​ອື່ນ