ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ເຕື້ອງເຖິງບັນຫາທະເລຕາເວັນອອກຢູ່ກອງປະຊຸມ ອາຊຽນ

(VOVWORLD) -ໃນບົດກ່າວຄຳເຫັນທີ່ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 17 ພະຈິກ, ຢູ່ ບາງກອກ, ປະເທດ ໄທ, ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຢັ້ງຢືນອີກຄັ້ງໜຶ່ງວ່າ

 ກົດໝາຍສາກົນແມ່ນເຄື່ອງມືທີ່ມີປະສິດທິຜົນ ແນໃສ່ດັດປັບການພົວພັນລະຫວ່າງບັນດາປະເທດ ເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ເຕື້ອງເຖິງບັນຫາທະເລຕາເວັນອອກຢູ່ກອງປະຊຸມ ອາຊຽນ - ảnh 1 ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ເພື່ອເຕື້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:

        “ຕົວຢ່າງທີ່ເຫັນໄດ້ຢ່າງງ່າຍດາຍແມ່ນບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຫວ່າງແລ້ວນີ້ ຍ້ອນມີບັນດາການກະທຳພຽງລຳພັງຝ່າຍດຽວ, ບໍ່ເຄົາລົບຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງບັນດາປະເທດອື່ນ, ບໍ່ເໝາະສົມກັບກົດໝາຍ ແລະ ມາດຕະຖານສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ນັ້ນໄດ້ພາໄປເຖິງການກໍ່ໄພນາບຂູ່ຕໍ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ດຶງດູດຄວາມສົນໃຈຈາກຫລາຍປະເທດຢູ່ນອກພາກພື້ນ.

        ດ້ວຍຫົວຂໍ້ວ່າ “ຄວາມໝັ້ນຄົງ”, ກອງປະຊຸມວົງແຄບ (ADMM) ແລະ ກອງປະຊຸມ ເປີດກ້ວາງ (ADMM+) ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 6 ຈະສຸມໃສ່ປຶກສາຫາລືກ່ຽວກັບນິຍາມຄວາມໝັ້ນຄົງ ແນໃສ່ເພີ່ມທະວີຄວາມໝັ້ນຄົງທາງການທະຫານ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາໃນທຸກດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ