ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ຕາ Al – Thani ຢ້ຽ​ມ​ຢາມ ອີ​ຣານ ຢ່າງ​ກະ​ທັນ​ຫັນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammad bin Abdulrahman Al – Thani ໄດ້ມີການພົບປະກັບທ່ານປະທານາທິບໍດີ ຄົນໃໝ່ ອີຣານ Ebrahim Raisi ເພື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງຝ່າຍ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ຕາ Al – Thani ຢ້ຽ​ມ​ຢາມ ອີ​ຣານ ຢ່າງ​ກະ​ທັນ​ຫັນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammad bin Abdulrahman  Al – Thani  (ພາບ: AFP/TTXVN)

ວັນທີ 25 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammad bin Abdulrahman  Al – Thani ໄດ້ເດີນທາງໄປຍັງນະຄອນຫຼວງ ເຕເຮຣານ ຂອງ ອີຣານ ໃນຂອບເຂດການຢ້ຽມຢາມໂດຍບໍ່ປະກາດລ່ວງໜ້າ ແລະ ໄດ້ພົບປະກັບບັນດາເຈົ້າໜ້າທີ່ແຖວໜ້າຂອງ ອີຣານ. ການກະທຳດັ່ງກ່າວຖືກດຳເນີນພາຍຫຼັງທ່ານເດີນທາງໄປປະຕິບັດງານຢູ່ ອາເມລິກາ ສອງ - ສາມວັນ.

ທ່ານລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammad bin Abdulrahman Al – Thani ໄດ້ມີການພົບປະກັບທ່ານປະທານາທິບໍດີ ຄົນໃໝ່ ອີຣານ Ebrahim Raisi ເພື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງຝ່າຍ. ທີ່ການພົບປະ, ທ່ານ Ebrahim Raisi ຢັ້ງຢືນວ່າ ເຕເຮຣານ ຖືການພົວພັນກັບ ໂດຮາ ເປັນສຳຄັນ, ພ້ອມທັງໃຫ້ຮູ້ວ່າ ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງອຳນາດການປົກຄອງຊຸດໃໝ່ ໂດຍທ່ານນຳພາ ນັ້ນແມ່ນສາຍພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ ກາຕາ Al – Thani ໄດ້ມີການພົບປະກັບປະເທດເຈົ້າພາບ Mohammad Javad Zarif ເພື່ອສຸມໃສ່ແລກປ່ຽນກ່ຽວກັບການຜັນແປຫຼ້າສຸດໃນການພົວພັນສອງຝ່າຍ ກໍຄືບັນດາບັນຫາຂອງພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ