ທ່ານຫງວຽນ​ຊິງ​ຮຸ່ງ ພົບ​ປະ​ ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ

ທ່ານຫງວຽນ​ຊິງ​ຮຸ່ງ ພົບ​ປະ​ ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ  - ảnh 1

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Noda Yoshihiko

(ພາບ:vietnamplus.vn)

(vovworld) - ວັນທີ 7/12, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ  ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Noda Yoshihiko. ນະ​ທີ່​ນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ  ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຖື​ເປັນ​ສຳຄັນທີ່​ສຸດ ​ແລະ ປາດ​ຖະໜາ​ວ່າຈະ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ຍີ່ປຸ່ນ ​ເລິກ​ເຊິ່ງຂຶ້ນ​ຕື່ມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ທ່ານ​ປາດ​ຖະໜາ​ວ່າ, ລັດຖະບານ​ຍີ່ປຸ່ນ ຈະສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ແຫຼ່ງທຶນ ODA ​ໃຫ້​ແກ່​ຫວຽດນາມ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ  ​ໄດ້​ຍົກ​ອອກ​ບັນດາ​ບັນຫາ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ,​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ປີ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ 2013, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ.

  ສ່ວນນາຍົກລັດຖະມົນຕີຍີ່ປຸ່ນ Noda Yoshihiko ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຍີ່ປຸ່ນ​ຈະ​ສືບ​ຕໍ່​ເພີ່ມ​ແຫຼ່ງທຶນODA ​ໃຫ້​ແກ່​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ລະບົບ​ກົດໝາຍ​ສຳ​ເລັດ ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ລົງທຶນ​ເຂົ້າຫວຽດນາມ. ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ.

 

ຂ່າວ/ບົດ​ອື່ນ