(ພາບ:baomoi.com)
(vovworld)- ຕອນບ່າຍວັນທີ 10/7, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງຮ່າຢາງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກສະເໜີໃຫ້ການນຳແຂວງຮ່າຢາງ ຈົ່ງສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງມີປະສິດທິຜົນເພື່ອພັດທະນາ, ໃນນັ້ນຍູ້ໄວການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມສາມັກຄີຊົນຊາດ, ຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເຈາະຈິ້ມວ່າ ແຂວງຮ່າຢາງ ຕ້ອງທະວີຄູນບັນດາຮູບແບບປູກຕົ້ນຢາສະໝູນໄພ, ຕົ້ນຊາ, ຕົ້ນໝາກກ້ຽງເພື່ອໃຫ້ ປຊຊ ຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງ ແລະ ເສີມຂະຫຍາຍສີສັນບັນດາເຜົ່າສ່ວນໜ້ອຍ. ຄຽງຄູ່ກັນນັ້ນ, ມີຄວາມເອົາໃຈໃສ່ກ່ວາອີກເຖິງລະບົບການເມືອງຮາກຖານ ແລະ ພະນັກງານທ້ອງຖິ່ນດ້ວຍບັນດານະໂຍບາຍອັນແທດຈິງເພື່ອຍົກສູງຄຸນນະພາບຂອງຖັນແຖວພະນັກງານຮາກຖານ.