ທ່ານ​ຮອງ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ

(VOVWORLD) -ທ່ານຟ້າມບິ່ງມິງສະເໜີໃຫ້ອັງກິດສ້າງເງື່ອນໄຂໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມໃນການແຊກຊຶມເຂົ້າກັບຕະຫຼາດອັງກິດ, ພ້ອມທັງຢັ້ງຢຶນວ່າຫວຽດນາມພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂທີ່ສະກວດໃຫ້ແກ່ວິສາຫະກິດອັງກິດໃນການເປີດກ້ວາງການລົງທຶນ.
ທ່ານ​ຮອງ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໃຫ້ການຕ້ອນຮັບ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Dominic Raab (ພາບ: ກະຊວງການຕ່າງປະເທດ)

ວັນທີ 22 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Dominic Raab ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມການສົນທະນາຍຸດທະສາດຂັ້ນສູງ ASEM. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະເໜີໃຫ້ລັດຖະບານອັງກິດ ໜູນຊ່ວຍ ການສຳຜັດກັບວັກຊິນກັນໂຄວິດ - 19 ຫຼາຍກ່ວາອີກ, ກໍ່ຄືການມອບໂອນເຕັກໂນໂລຢີໃນການຜະລິດວັກຊິນກັນໂຄວິດ - 19 ໃຫ້ແກ່ ຫວຽດນາມ.

ທ່ານຟ້າມບິ່ງມິງສະເໜີໃຫ້ອັງກິດສ້າງເງື່ອນໄຂໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມໃນການແຊກຊຶມເຂົ້າກັບຕະຫຼາດອັງກິດ, ພ້ອມທັງຢັ້ງຢຶນວ່າຫວຽດນາມພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂທີ່ສະກວດໃຫ້ແກ່ວິສາຫະກິດອັງກິດໃນການເປີດກ້ວາງການລົງທຶນ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະເໜີໃຫ້ສອງປະເທດ ສືບຕໍ່ເພີ່ມທະວີການສົມທົບກັບຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການ ແລະ ເວທີປາໄສຮ່ວມມື ອາຊີ - ເອີລົບ. ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນເພື່ອປະຕິບັດສຳເລັດກອງປະຊຸມ COP 26 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອັງກິດເປັນເຈົ້າພາບຈັດຕັ້ງ ໃນເດືອນພະຈິກ 2021.

ຕອບກັບ

ຂ່າວ/ບົດ​ອື່ນ