ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ CAEXPO ແລະ CABIS ຢູ່ຈີນ

(VOVWORLD) - ໂດຍຕອບສະໜອງຕາມຄໍາເຊີນຂອງລັດຖະບານ ສປ.ຈີນ, ວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ພິທີໄຂງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ - ອາຊຽນ (CAEXPO  ແລະ CABIS) ຄັ້ງທີ 6 ເຊິ່ງໄດ້ຈັດຕັ້ງຢູ່ເມືອງເອກໜານໜິງ ຂຶ້ນກັບເຂດປົກຄອງດ້ວຍຕົນເອງ ຊົນເຜົ່າ ຈວງ ຢູ່ ກວ໋າງສີ, ປະເທດ ຈີນ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ CAEXPO  ແລະ  CABIS ຢູ່ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນທີ່ພິທີ (ພາບ:  VGP)

        ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງຕໍ່ ບົດບາດຂອງ CAEXPO  ແລະ CABIS ໃນການຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງ ອາຊຽນ ກັບ ຈີນ, ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍພ້ອມກັບ ອາຊຽນ ແລະ ບັນດາຄູ່່ຮ່ວມມືຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດລົງທຶນທີ່ອໍານວຍຄວາມສະດວກ, ພັດທະນາແບບຍືນຍົງ ບົນພື້ນຖານຮັບປະກັນຜົນປະໂຫຍດອັນຊອບທໍາຂອງບັນດາປະເທດ ແລະ ປະຕິບັດຕາມກົດໝາຍສາກົນ, ປະກອບສ່ວນສ້າງສັນຕິພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ພົບປະເຈລະຈາ ກັບທ່ານ ຫັນສິນ ກໍາມະການປະຈໍາກົມການເມືອງ, ຮອງນາຍົກລັດຖະມົນຕີ ຈີນ ແລະ ຕ້ອນຮັບທ່ານ ລູຊິນແສ ເລຂາຄະນະພັກແຂວງ ກວ໋າງສີ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ຫວຽດນາມ ສະເໜີໃຫ້ລັດຖະບານສອງປະເທດສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງບັນດາທ້ອງຖິ່ນຢູ່ເຂດຊາຍແດນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ສະເໜີໃຫ້ຈີນເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ, ບໍ່ເຮັດໃຫ້ສະພາບການຢູ່ທະເລສັບສົນຂຶ້ນຕື່ມ.

        ສ່ວນ ທ່ານ ຫັນສິນ ແລະ ທ່ານ ລູຊິນແສ ກໍຢ້ັງຢືນວ່າ ຈີນຖືເປັນສໍາຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ