ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກກັບການນຳແຂວງ ດ້ຽນບຽນ

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດ້ຽນບຽນ, ຕອນເຊົ້າວັນທີ 17 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດ້ຽນບຽນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກກັບການນຳແຂວງ ດ້ຽນບຽນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: VGP)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຊົມເຊີຍບັນດາໝາກຜົນໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງແຂວງ ດ້ຽນບຽນ ບັນລຸໄດ້ ໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີສະເໜີແຂວງ ດ້ຽນບຽນ ເອົາໃຈໃສ່ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອຕິດພັນກັບການອະນຸລັກຮັກສາ, ບູລະນະປະຕິສັງຂອນບັນດາຮ່ອງຮອຍສະໜາມຮົບ ດ້ຽນບຽນຝູ ປະຫວັດສາດ. ໄປຄຽງຄູ່ກັນນັ້ນ ແມ່ນຍູ້ແຮງບັນດາມາດຕະການຄົບຊຸດ ເພື່ອເຊື່ອມຕໍ່ຕະຫລາດ, ຮ່ວມສຳພັນການພັດທະນາການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວປະຫວັດສາດ ແລະ ການທ່ອງທ່ຽວວົງຄະນະຍາດ - ນັ້ນແມ່ນທ່າແຮງຂອງແຂວງ ດ້ຽນບຽນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກກັບການນຳແຂວງ ດ້ຽນບຽນ - ảnh 2 ງານບຸນດອກບານ (ດອກສ້ຽວປ່າ) ຄັ້ງທີ 6 ປີ 2019

        ແລະກໍ່ໃນຕອນຄ່ຳວັນທີ 16 ມີນາ, ທີ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ໄດ້ດຳເນີນພິທີໄຂງານບຸນດອກບານ (ດອກສ້ຽວປ່າ) ຄັ້ງທີ 6 ປີ 2019. ຈຸດພົ້ນເດັ່ນໃນຕອນຄ່ຳໄຂງານບູນດອກບານແຂວງ ດ້ຽນບຽນ ປີ 2019 ແມ່ນລາຍການສິລະປະ “ດອກບານ ເມື່ອງແທງ”. ກ່າວຄຳເຫັນທີ່ພິທີໄຂງານບຸນດອກບານແຂວງ ດ້ຽນບຽນ 2019, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ:

        ດ້ວຍແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ວັດທະນະທຳຫລາຍຮູບຫລາຍແບບ, ຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງ ດ້ຽນບຽນ ເວົ້າສະເພາະ, ເຂດຕາເວັນຕົກສ່ຽງເໜືອເວົ້າລວມ ຍັງໃຫຍ່ຫລວງຢູ່ ແລະ ຄວນໄດ້ຮັບຄວາມສົນໃຈຊີ້ນຳດຶງດູດການລົງທຶນ ເພືຶ່ອໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງບັນດາແຂວງໃນເຂດ ແລະ ທົ່ວປະເທດຢ່າງແທ້ຈິງ, ປະກອບສ່ວນຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ