ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ຕ້ອນ​ຮັບ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູ​ດ ຈີນ ປະ​ຈຳ ຫວຽດ​ນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ສູງປົວ ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ, ສຳຄັນຂອງທ່ານທີ່ມີຕໍ່ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ຕ້ອນ​ຮັບ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູ​ດ ຈີນ ປະ​ຈຳ  ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕ້ອນຮັບທ່ານ ສູງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: VGP)

ວັນທີ 18  ກໍລະກົດ, ທີ່ການຕ້ອນຮັບທ່ານ ສູງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ທີ່ໄດ້ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໄລຍະປະຕິບັດງານທາງການທູດ ຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ສູງປົວ ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ, ສຳຄັນຂອງທ່ານທີ່ມີຕໍ່ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ.

        ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີໃຫ້ຝ່າຍ ຈີນ ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ປະເພດສິນຄ້າຜະລິດຕະພັນກະເສດຈຳນວນໜຶ່ງທີ່ມີຄຸນນະພາບສູງຂອງ ຫວຽດນາມ; ເພີ່ມທະວີບັນດາໂຄງການລົງທຶນທີ່ມີຂອບຂະໜາດໃຫຍ່, ເຕັກໂນໂລຢີສູງ, ຂົງເຂດໃໝ່ຢູ່ ຫວຽດນາມ; ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ຍູ້ແຮງຄວາມຄືບໜ້າກັບໂຄງການຊ່ວຍເຫຼືອຫຼ້າສຳລັບ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ