ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຈືອງ​ຮ່​ວາ​ບິ່ງ ຍ້ອງຍໍຊົມ​ເຊີຍ ບັນ​ດາ​ໜ່ວຍ​ງານ​ທຳ​ລາຍລ້າງ​ເຄືອ​ຂ່າຍ​ຢາ​ເສບ​ຕິດ ຢູ່ລອງ​ອານ

(VOVWORLD) -ກະຊວງຕຳຫຼວດ ໄດ້ຊີ້ນຳຕຳຫຼວດແຂວງ ລອງອານ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງ ຂອງ ຫວຽດນາມ ແລະ ກຳປູເຈຍ ຢ່າງແໜ້ນແຟ້ນ ສືບຕໍ່ສຸມໃສ່ເຂົ້າການຕໍ່ສູ້, ເປີດກ້ວາງຄະດີເພື່ອແກ້ໄຂບັນດາເປົ້າໝາຍຕາມຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ.

ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ, ຫົວໜ້າຄະນະຊີ້ນຳ 389 ແຫ່ງຊາດ (ຄະນະຊິ້ີ້ນຳແຫ່ງຊາດກ່ຽວກັບການ ຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ສິນຄ້າປອມ), ຫົວໜ້າຄະນະຊີ້ນຳຂອງລັດຖະບານ (ຄະນະຊີ້ນຳການປ້ອງກັນ, ຕ້ານອາດຊະຍາກຳ), ຫາກໍ່ຍ້ອງຍໍໍຊົມເຊີຍຜົນງານອັນດີເດັ່ນຂອງບັນດາໜ່ວຍງານເຂົ້າຮ່ວມການຕໍ່ສູ້, ທັບມ້າງທຳລາຍລ້າງເຄືອຂ່າຍຊື້ຂາຍ, ຂົນສົ່ງຢາເສບຕິດ ຂ້າມຊາຍແດນແຂວງ ລອງອານ.

        ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດມີຮູບແບບ ຍ້ອງຍໍສັນລະເສີນທີ່ເໝາະສົມໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນຄະດີດັ່ງກ່າວ. ກະຊວງຕຳຫຼວດ ໄດ້ຊີ້ນຳຕຳຫຼວດແຂວງ ລອງອານ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງ ຂອງ ຫວຽດນາມ ແລະ ກຳປູເຈຍ ຢ່າງແໜ້ນແຟ້ນ ສືບຕໍ່ສຸມໃສ່ເຂົ້າການຕໍ່ສູ້, ເປີດກ້ວາງຄະດີເພື່ອແກ້ໄຂບັນດາເປົ້າໝາຍຕາມຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ