(vovworld) ຕອນເຊົ້າວັນທີ 31/1(ກົງກັບວັນທີ 9 ເດືອນຈຽງ, ໄລ່ຕາມຈັນທະປະຕິທິນ, ປີມະໂຣງ 2012), ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູກ ໄດ້ລົງອວຍພອນປີໃໝ່, ເຮັດວຽກກັບພະນັກງານພວມປະຕິບັດໜ້າທີ່ຢູ່ສຳນັກງານຕ້ອນຮັບພົນລະເມືອງຂອງສູນກາງພັກ ແລະ ລັດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ໄດ້ຊີ້ນຳວ່າ: ໃນໄລຍະທີ່ຈະມາເຖິງ, ສຳນັກງານຕ້ອນຮັບພົນລະເມືອງຂອງສູນກາງພັກ ແລະ ລັດຄວນສືບຕໍ່ຮັກສາ, ຈັດຕັ້ງວຽກງານຕ້ອນຮັບພົນລະເມືອງໃຫ້ດີກ່ວາອີກ, ຄວນຍູ້ແຮງການນຳໃຊ້ເຕັກໂນໂລຢີ - ຂໍ້ມູນຂ່າວສານເຂົ້າໃນວຽກງານຕ້ອນຮັບພົນລະເມືອງຢູ່ສຳນັກງານ, ສ້າງຖັນແຖວພະນັກງານຕ້ອຍຮັບພົນລະເມືອງທີ່ມີຄວາມສາມາດດ້ານວິຊາການ, ມີຄຸນສົມບັດດີ, ມີແບບແຜນດຳລົງຊີວິດທີ່ໂປ່ງໃສ...ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ເນັ້ນໜັກວ່າ: ຫົວໜ້າກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆ ຈົ່ງປະຕິບັດການຕ້ອນຮັບພົນລະເມືອງຕາມກຳນົດ ແລະ ໂອ້ລົມສົນທະນາກັບພົນລະເມືອງເປັນປະຈຳ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນ ຈາກຂັ້ນສູນກາງ ລົງຮອດຂັ້ນທ້ອງຖີ່ນສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ພົນລະເມືອງມາສ່ອງແສງ, ກ່າວຟ້ອງ, ຮ້ອງທຸກຢູ່ສຳນັກງານ ແລະ ຕ້ອງເຄົາລົບ, ຮັບຟັງຄຳເຫັນຂອງພັນລະເມືອງ.