ທ່ານຮອງປະທານປະເທດ ຈີນ ສື່ຈີ້ນພິ່ງ ໄປຢ້ຽມຢາມ ອາເມລິກາ
( ພາບ: vnexpress.net )
( vovworld ) - ວັນທີ 13/2, ທ່ານຮອງປະທານປະເທດ ຈີນ ສື່ຈີ້ນພິ່ງ ໄດ້ເດີນທາງໄປຮອດ ອາເມລິກາ, ເຊິ່ງເປັນປະເທດທຳອິດໃນແຜນການຢ້ຽມຢາມສາມປະເທດຄື; ອາເມລິກາ, ອາຍແລນ ແລະ ຕວກກີ ແຕ່ວັນທີ 13 ຫາວັນທີ 22/2 ຢ່າງເປັນທາງການຂອງການນຳ ຈີນ. ການຢ້ຽມຢາມ ອາເມລິກາ ຂອງທ່ານຮອງປະທານປະເທດ ສື່ຈີ້ນພິ່ງ ແມ່ນຕາມຄຳເຊື້ອເຊີນຂອງທ່ານຮອງປະທານາທິບໍດີ ອາເມລິກາ Joe Biden. ຄາດວ່າ, ໃນການຢ້ຽມຢາມ ອາເມລິກາ ຄັ້ງນີ້, ທ່ານຮອງປະທານປະເທດ ຈີນ ສື່ຈີ້ນພິ່ງ ຈະມີການເຈລະຈາກັບທ່ານຮອງປະທານາທິບໍດີ Joe Biden ແລະ ພົບປະເຈລະຈາກັບບັນດາເຈົ້າໜ້າທີ່ຂອງປະເທດເຈົ້າພາບ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາໃນການພົວພັນຂອງສອງປະເທດ ກໍຄືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພາຍຫຼັງເດີນທາງອອກຈາກ ອາເມລິກາ, ທ່ານ ສື່ຈີ້ນພິ່ງ ຈະໄປຢ້ຽມຢາມ ອາຍແລນ ແລະ ຕວກກີ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອາຍແລນ Enda Kenny ແລະ ທ່ານປະທານາທິບໍດີ ຕວກກີ Abdullah Gul.