ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ກວາງນາມ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນດຶກຫາຍ ນຳໜ້າ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 6 ຢູ່ນະຄອນ ຕາມກີ
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ກວາງນາມ - ảnh 1(ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນດຶກຫາຍ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ນະຄອນ ຕາມກີ)

ຕອນເຊົ້າວັນທີ 17 ເມສາ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງນາມ ໂດຍທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນດຶກຫາຍ ນຳໜ້າ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 6 ຢູ່ນະຄອນ ຕາມກີ, ແຂວງກວາງນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ, ນັ້ນໜັກວ່າ:

        “ເລື່ອງສຳຄັນແມ່ນສຸມທຸກວຽກງານເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ. ນີ້ແມ່ນໜ້າທີ່ການເມືອງ. ຕ້ອງເລືອກຕັ້ງຜູ້ສົມເປັນຜູ້ຕາງໜ້າເພື່ອແກ້ໄຂວຽກງານ, ເພື່ອຄິດອອກຍຸດທະສາດພັດທະນານະຄອນ ຕາມກີ, ຕົກລົງບັນດາບັນຫາສຳຄັນ, ເປັນຕາງໜ້າທີ່ສາມາດຝາກຝັງຂໍ້ສະເໜີແນະ, ອຶດອັດໃຈຂອງຜູ້ມີສິດເລືອກຕັ້ງ. ນີ້ແມ່ນໜ້າທີ່ຈຸດສຸມ”.

ຕອບກັບ

ຂ່າວ/ບົດ​ອື່ນ