ທ່ານເລຂາທິການໃຫຍ່ Nguyen Phu Trong ​​ຕ້ອນຮັບ​ຄະນະຜູ້​ແທນ​ພັກ​ກອມ​ມູນິດ ຈີນ

ທ່ານເລຂາທິການໃຫຍ່  Nguyen Phu Trong ​​ຕ້ອນຮັບ​ຄະນະຜູ້​ແທນ​ພັກ​ກອມ​ມູນິດ ຈີນ - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​​ທ່ານ
ຫລີ​ວເວີນ​ຊານກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ
 ຫົວຫນ້າ​ຄະນະ​ໂຄສະນາ​ສູນ​ກາງ ຈີນ
ພາບ:vietnamplus.vn



(vovword)- ຕອນບ່າຍວັນທີ 6/6  ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຈີນ ​ໂດຍທ່ານ ຫລີ​ວເວີນ​ຊານ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສູນ​ກາງ ​ເປັນ​ຫົວຫນ້າ​ຄະນະ ພວມ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 8 ລະຫວ່າງ​ສອງ​ພັກ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong  ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າ ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ສຳ​ເລັດ​ຜົນ ຈະ​ສ້າງ​ຄວາມ​ຮັບ​ຮູ້, ທິດ​ສະ​ດີ ກ່ຽວ​ກັບ​ການ​ປ່ຽນ​​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ, ປະຕິບັດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂຶ້ນ​ຕື່ມ. ທ່ານ​​ເລຂາທິການ​ໃຫຍ່ Nguyen Phu Trong ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ສອງ​ພັກ ​ແລະ ຖື​ວ່າ ​ເລື່ອງ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ລະຫວ່າງ​ສອງ​ຝ່າຍ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ສືບ​ຕໍ່​ພັດທະນາ.

ສ່ວນ​ທ່ານ​ຫລີ​ວ​ເວີນ​ຊານ​ ໃຫ້​ຮູ້​ວ່າ, ຍາມ​ໃດພັກ ​ແລະ ລັດຖະບານ​ຈີນ ກໍ່​ຖືການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ​ຫວຽດນາມ ​ແລະ ຈີນ ເປັນ​ສຳຄັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ປັບປຸງ​ທີ່​ຕັ້ງບົດບາດກຳ​ອຳນາດ​ຂອງ​ແຕ່​ລະ​ພັກ, ຊຸກຍູ້​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ. ຈີນ ​ມີ​ແຜນ​ນະ​ໂຍບາຍ ສະ​ເໝີ​ຕົ້ນສະ​ເໝີ​ປາຍທີ່​ວ່າ ຈະພ້ອມ​ກັບ​ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ເລື່ອງປັບປຸງ ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຫລີ​ວ​ເວີນ​ຊານ​ ​ເຊື່ອໝັ້ນວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ໂຄສະນາ ສຶກສາ​ອົບຮົມ​ຂອງ​ສອງ​ພັກ ນັບ​ມື້​ນັບ​ຈະ​ເຂົ້າສູ່​ລວງ​ເລິກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ