ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ

ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ - ảnh 1
ທ່ານ ເລ​ຂາ​ທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ  Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
ພາບ:baomoi.com

(vovworld) - ຕອນ​ເຊົ້າ​ວັນ​ທີ 26/7, ຢູ່ ສຳນັກງານ​ສູນ​ກາງ​ພັກ, ​ທ່ານ Nguyen Phu Trong ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ  Marty Natalegawa ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ Marty Natalegawa ລາຍ​ງານ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຮັບ​ຊາບ​ໝາກຜົນ​ອັນ​ດີງາມ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ເປັນ​ປະທານ​ຮ່ວມ ​ເປັນ​ຕົ້ນ​ແມ່ນ​​ເລື່ອງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ບັນດາ​ການ​ກຳນົດ​ທິດ ​ແລະ ມາດ​ຕະການ​ລະອຽດ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ຄ້າ, ການ​ລົງທຶນ, ກະສິກຳ, ສິນ​ໃນ​ນ້ຳ, ວັດທະນະທຳ, ການ​ສຶກສາ​ບຳລຸງ​ສ້າງ, ການທ່ອງທ່ຽວ ກໍ​ຄື​ເລື່ອງ​ສອງ​ຝ່າຍ​ເປັນ​ເອກະສັນ​ນຳ​ກັນ ​ແລະ ​ແບ່ງປັນ​ຫລາຍຈຸດຄ້າຍຄືກັນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ແລະ ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງຄວນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ຂຸດ​ຄົ້ນກວ່າ​ອີກ.

 

ຂ່າວ/ບົດ​ອື່ນ