ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບປະທານສະພາສູງ ອົດສະຕາລີ

(VOVWORLD) -ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານສະພາສູງ ອົດສະຕາລີ Scott Ryan ແມ່ນມີີຄວາມໝາຍສໍາຄັນໃນສະພາບການທີ່ການພົວພັນສອງປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ...
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບປະທານສະພາສູງ ອົດສະຕາລີ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານສະພາສູງ ອົດສະຕາລີ Scott Ryan (ພາບ: TTXVN)

ວັນທີ 22 ມັງກອນ, ທີ່ການຕ້ອນຮັບທ່ານປະທານສະພາສູງ ອົດສະຕາລີ Scott Ryan, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານສະພາສູງ ອົດສະຕາລີ Scott Ryan ແມ່ນມີີຄວາມໝາຍສໍາຄັນໃນສະພາບການທີ່ການພົວພັນສອງປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ ແລະ ເລິກເຊິ່ງກວ່າ ພາຍຫຼັງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ ອົງການລັດຖະສະພາສອງປະເທດ ສືບຕໍ່ສົມທົບກັນໃນການຕິດຕາມກວດກາ ການປະຕິບັດຂໍ້ຕົກລົງ ສະບັບຕ່າງໆ ແລະ ໂຄງການດໍາເນີນງານ ເຊິ່ງລັດຖະບານສອງປະເທດໄດ້ລົງນາມ, ເພື່ອແນໃສ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ ເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ກະສິກໍາ.... ກໍຄືໃນຂອບເຂດ ອາຊຽນ ແລະ ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ; ຢັ້ງຢືນຫວຽດນາມ ຈະຮ່ວມມືກັບ ອົດສະຕາລີ ຢ່າງແໜ້ນແຟ້ນໃນວິວັດການຜັນຂະຫຍາຍສັນຍາ CPTPP, ຖືນີ້ ແມ່ນກົນໄກສໍາຄັນ ເພື່ອໃຫ້ສອງປະເທດຍູ້ແຮງການພົວພັນຄູ່ຮ່ວມມື ກ່ຽວກັບເສດຖະກິດ, ການຄ້າ; ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ສອງປະເທດສືບຕໍ່ພັດທະນາການພົວພັໃນທາງຝ່າຍພັກທີ່ມີຢູ່ແລ້ວໃຫ້ດີງາມ, ສ້າງການເຊື່ອມຕໍ່ກ່ຽວກັບດ້ານການເມືອງໃຫ້ໝັ້ນແກ່ນ,ເປັນພື້ນຖານໃຫ້ແກ່ການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ