ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ເລ​ຂາ​ ຜູ້​ທີ​ໜຶ່ງ​ ​ພັກ​ກອມ​ມູ​ນິດ ກູ​ບາ Raul Castro

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ການພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງປະເທດໂດຍປະທານໂຮ່ຈີມິນ ແລະ ການນຳ Fidel Castro ສ້າງພື້ນຖານ ແມ່ນຊັບສົມບັດອັນລ້ຳຄ່າ, ໄດ້ກາຍເປັນສັນຍາລັກແຫ່ງຍຸກສະໄໝ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ເລ​ຂາ​ ຜູ້​ທີ​ໜຶ່ງ​ ​ພັກ​ກອມ​ມູ​ນິດ ກູ​ບາ Raul Castro - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂລລະສັບກັບທ່ານ ເລຂາ ຜູ້ທີໜຶ່ງ ພັກກອມມູນິດ ກູບາ Raul Castro  (ພາບ: TTXVN)

ວັນທີ 2 ທັນວາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Raul Castro ເລຂາ ຜູ້ທີໜຶ່ງ ພັກກອມມູນິດ ກູບາ ໄດ້ມີການໂອ້ລົມທາງໂທລະສັບເພື່ອແລກປ່ຽນກ່ຽວກັບສະພາບການ ສອງພັກ, ສອງລັດ, ການພົວພັນມິດຕະພາບແບບພິເສດ ຫວຽດນາມ - ກູບາ, ບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນສະພາບການສອງປະເທດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60 ປີ (2 ທັນວາ 1960 – 2 ທັນວາ 2020).

ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ການພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງປະເທດໂດຍປະທານໂຮ່ຈີມິນ ແລະ ການນຳ Fidel Castro ສ້າງພື້ນຖານ ແມ່ນຊັບສົມບັດອັນລ້ຳຄ່າ, ໄດ້ກາຍເປັນສັນຍາລັກແຫ່ງຍຸກສະໄໝ. ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານກັບພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງເລິກເຊິ່ງກ່ວາອີກ, ໃນນັ້ນການພົວພັນລະຫວ່າງສອງພັກໄດ້ສວມບົດບາດໃນການກຳນົດທິດສຳຄັນ.

ສ່ວນທ່ານ Raul Castro ເລຂາ ຜູ້ທີໜຶ່ງ ພັກກອມມູນິດ ກູບາ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງ ກ່ຽວກັບການພົວພັນພິເສດລະຫວ່າງ ສອງປະເທດ, ທ່ານກໍ່ແບ່ງປັນບັນດາຄວາມເສຍກາຍໂດຍໄພທຳມະຊາດກໍ່ຂຶ້ນ ຢູ່ຫວຽດນາມ ໃນໄລຍະທີ່ຜ່ານມາ. ທ່ານ Raul Castro ໄດ້ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດ ຫວຽດນາມ ຈະສືບຕໍ່ປະຕິບັດບັນດາມະຕິກອງປະຊຸມໃຫຍ່ຊຸດທີ XII ຂອງພັກວາງອອກໃຫ້ສຳເລັດຜົນ, ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແລະ ປະຕິບັດເປົ້າໝາຍປະຊາຊົນຮັງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວີໄລໃຫ້ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ